ທ່ານ ສັນຕິພາບ ພົມວິຫານ ໄດ້ກ່າວສະແດງຄວາມຂອບໃຈ ແລະ ຊົມເຊີຍ ຍັງບໍລິສັດສະຕາ ໂທລະຄົມ ທີ່ເຫັນໄດ້ຄວາມສຳຄັນໃນການຊ່ວຍເຫລືອຜູ້ປະສົບໄພນໍ້າຖ້ວມໃນຄັ້ງນີ້, ເຊິ່ງເປັນກໍາລັງໃຈໃຫ້ແກ່ປະຊາຊົນ, ທັງເປັນການປະກອບສ່ວນເຮັດໃຫ້ການແກ້ໄຂໄພພິບັດ ກໍຄື ຜົນກະທົບຕໍ່ຊີວິດການເປັນຢູ່ຂອງຜູ້ປະສົບໄພນໍ້າຖ້ວມ ສາ ມາດຜ່ານພົ້ນຄວາມທຸກຍາກ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ທ່ານ ນາງ ເບລິນດາ ແອນເຕ, ເອກອັກຄະລັດຖະທູດຟີລິບປິນ ປະຈຳ ສປປ ລາວ ໃນຖານະປະເທດປະສານງານ ແລະ ທູດອາວຸໂສ ກໍໄດ້ຕາງໜ້າໃຫ້ແກ່ບັນດາທູຕານຸທູດອາຊຽນ ສະແດງຄວາມຍິນດີ ແລະ ຂອບໃຈເປັນຢ່າງຍິ່ງ ມາຍັງທ່ານຮອງເຈົ້າແຂວງສະຫວັນນະເຂດ ແລະ ພາກສ່ວນທີ່ກ່ຽວຂ້ອງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ໄດ້ແລກປ່ຽນຂໍ້ມູນທີ່ເປັນປະໂຫຍດ ກ່ຽວກັບສະພາບຈຸດພິເສດ
ຍສໝ - ເວັບໄຊໄດ້ພັດທະນາ ແລະ ຄຸ້ມຄອງໂດຍພະແນກແຜນການ ແລະ ການລົງທຶນ ສະຫວັນນະເຂດເພື່ອແນໃສ່ເປົ້າໝາຍດຶງດູດນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ, ເປັນຕົ້ນແມ່ນໄລຍະຫຼັງ ໂລກລະບາດ Covid – 19, ດ້ວຍຄວາມມຸ່ງຫວັງວ່າ ຈະໜູນຊ່ວຍຊຸກຍູ້ການພັດທະນາເສດຖະກິດທ້ອງຖິ່ນ, ເຊິ່ງຖືກຜົນກະທົບຫຼາຍພໍສົມຄວນຈາກໂລກລະບາດ Covid – 19 ໃນໄລຍະທີ່ຜ່ານມາ.
ໂດຍເລັງເຫັນເຖິງຄວາມສຳຄັນ ແລະ ຈຳເປັນໃນການປິ່ນປົວຄົນເຈັບ ໂດຍສະເພາະແລ້ວແມ່ນຄົນເຈັບທີ່ເປັນໝາກໄຂ່ຫຼັງຊຸດໂຊມໄລຍະສຸດທ້າຍ ທີ່ນັບມື້ນັບເພີ່ມຂຶ້ນອີກ ທັງເຄື່ອງມືໃນປິ່ນປົວຍັງມີຈຳນວນຈຳກັດ ແລະ ບໍ່ພຽງພໍກັບຄວາມຕ້ອງການ ສະນັ້ນ, ທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງພັກເລຂາພັກແຂວງ ເຈົ້າແຂວງ ສະຫວັນນະເຂດ ຈຶ່ງໄດ້ນຳເອົາເຄື່ອງໄຂ່ຫຼັງທຽມ (ເຄື່ອງຟອກ ເລືອດ Hemodialysis machine) ຈຳນວນ 2 ເຄື່ອງ, ລວມມູນຄ່າ 370 ລ້ານກີບ ມາມອບໃຫ້ແກ່ໂຮງໝໍແຂວງສະຫວັນນະເຂດ. ໂດຍມີ ທ່ານ ຄຳພູນ ຕຸໄພທູນ ຮອງເຈົ້າແຂວງ, ທ່ານ ດຣ ບົງສຸວັນ ພັນທະວົງສາຫົວ ໜ້າພະແນກສາທາລະນະສຸກແຂວງ, ຜູ້ອຳນວຍການ ໂຮງໝໍແຂວງ ພ້ອມດ້ວຍແຂກຖືກເຊີນ ແລະ ພະນັກງານແພດ-ໝໍພາຍໃນໂຮງໝໍແຂວງເຂົ້າຮ່ວມເປັນສັກຂີພະຍານ.