ຊຸກຍູ້ການພົວພັນ ຫວຽດນາມ - ຟີລິບປິນ ພັດທະນາຢ່າງແທດຈິງ, ພິເສດແມ່ນໃນຂົງເຂດເສດຖະກິດ - ການຄ້າ ແລະ ການລົງທຶນ
ຍສໝ- ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດ ອາຊຽນ ຄັ້ງທີ 44 (AIPA-44) ຢູ່ນະຄອນຫຼວງ ຈາກາຕາ, ປະເທດ ອິນໂດເນເຊຍ, ຕອນບ່າຍວັນທີ 6 ສິງຫາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານສະພາຕ່ຳ ຟີລິບປິນ Ferdinand Martin Romualdez.