ຍສໝ - ບັນດາປະເທດ ແລະ ເຂດແຄ້ວນໄດ້ຕີລາຄາອີ່ງໃສ່ບັນດາປັດໄຈຄື ຄວາມຮັບຮູ້, ຜົນສະທ້ອນ, ອິດທິພົນຊື່ສຽງທົ່ວໂລກ, ການສະແດງໃນບັນດາຂົງເຂດຫຼັກແຫຼ່ງຄື ການຄ້າ, ການບໍລິຫານ, ວັດທະນະທຳ ແລະ ມໍລະດົກ, ການສື່ສານ, ການສຶກສາ ແລະ ວິທະຍາສາດ, ມະນຸດ ແລະ ມູນຄ່າ.
ຍສໝ - ສອງຝ່າຍໄດ້ສະແດງຄວາມພໍໃຈກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມ ທີ່ບັນລຸໄດ້ບັນດາບາດກ້າວພັດທະນາຢ່າງຕັ້ງໜ້າໃນໄລຍະມໍ່ໆມານີ້, ພິເສດແມ່ນຜ່ານບັນດາການເດີນທາງຢ້ຽມຢາມຂັ້ນສູງຂອງ ທ່ານ El-Sisi ປະທານາທິບໍດີ ເອຢີບມາຍັງຫວຽດນາມໃນເດືອນກັນຍາ 2017 ແລະ ທ່ານ ເຈິ່ນດ້າຍກວາງ ອະດີດປະທານປະເທດ ຫວຽດນາມໄປຍັງເອຢິບ ໃນເດືອນ ສິງຫາ 2018.
ວັນທີ 28 ພຶດສະພາ, ຢູ່ສຳນັກງານສະຫະພັນບັນດາອົງການຈັດຕັ້ງມິດຕະພາບນະຄອນໂຮ່ຈີມິນ, ຕາງໜ້າ HUFO, ສະມາຄົມມິດຕະພາບຫວຽດນາມ - ອາເມລິກາໄດ້ມອບຜ້າອັດປາກ - ດັງ 75.000 ອັນ, ຊຸດປ້ອງກັນພະຍາດ 100 ຊຸດ, ເງິນສົດ 2000 USD ໃຫ້ແກ່ປະຊາຊົນ ອາເມລິກາໃນການປ້ອງກັນ, ສະກັດກັ້ນໂລກລະບາດ.
ຍສໝ - ໂດຍສະແດງຄວາມຊົມເຊີຍຕໍ່ບັນດາໝາກຜົນເຊິ່ງຫວຽດນາມບັນລຸໄດ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ທ່ານ ປອ. Kidong Park ຫົວໜ້າຕາງໜ້າ WHO ປະຈຳຫວຽດນາມໄດ້ສະແດງຄວາມປະທັບໃຈຕໍ່ບັນດາມາດຕະການທີ່ໄດ້ຮັບການຜັນຂະຫຍາຍຢ່າງໄວວາ, ມີປະສິດທິຜົນໃນໄລຍະທີ່ຜ່ານມາ.