ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ປະກາດລາຍຊື່ ຜູ້ໄດ້ຮັບເລືອກຕັ້ງເປັນ ສສຊ ຊຸດທີ IX ແລະ ສສຂ ຊຸດທີ II

ໃນວັນທີ 5 ມີນາ 2021, ຢູ່ຫ້ອງວ່າການສະພາແຫ່ງຊາດ (ຫລັກ6) ທ່ານ ສົມພູ ດວງສະຫວັນ ຄະນະປະຈໍາສະພາແຫ່ງຊາດ, ກໍາມະການ ອະນຸກໍາມະການ ເລຂານຸການ, ໂຄສົກຂອງຄະນະກໍາມະການ ເລືອກຕັ້ງລະດັບຊາດ ໄດ້ຖະແຫລງ ກ່ຽວກັບຜົນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ IX ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ II ຢ່າງເປັນທາງການ ວ່າ: ວັນທີ 21 ກຸມພາ 2021 ການປ່ອນບັດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II ໄດ້ດໍາເນີນເປັນເອກະພາບ ນັບແຕ່ເວລາ 7:00-17:00 ໂມງຂອງວັນດຽວກັນຈຶ່ງໄດ້ອັດລົງ ຢ່າງເປັນເອກະພາບຢູ່ ໃນ 18 ແຂວງ ແລະ ນະຄອນຫລວງ.

ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

ລັດຖະບານ ຊີ້ແຈງຄຳຊັກຖາມຂອງ ສສຊ ຕໍ່ການພັດທະນາປະເທດຊາດ

ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ມາຍັງຄະນະປະຈຳສະພາແຫ່ງຊາດ ກໍຄືພາກສ່ວນ ທີ່ກ່ຽວຂ້ອງ ໃນການເລືອກຫົວຂໍ້ ການຕິດຕາມກວດກາການຈັດຕັ້ງປະຕິບັດ ກົດໝາຍທີ່ຕິດພັນກັບ ການຄຸ້ມຄອງ ການບໍລິການໃນຮ້ານບັນເທີງ ແລະ ຮ້ານກິນດື່ມ ເປັນບັນຫາຈຸດສຸມ ແລະ ເປັນບັນຫາທີ່ມີຄວາມຈຳເປັນ ຕ້ອງໄດ້ຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດ ຕາມກົດໝາຍແທ້.