ຫວຽດນາມ - ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ
ຍສໝ - ທ່ານ Park Noh Wan ໄດ້ສະແດງຄວາມຂອບໃຈຕໍ່ທ່ານພົນເອກ ໂງຊວັນລິກ ທີ່ໄດ້ສະຫຼະເວລາໃຫ້ການຕ້ອນຮັບຄະນະຜູ້ແທນ, ພ້ອມທັງຖືວ່າ ການຮ່ວມມືດ້ານປ້ອງກັນຊາດສອງຝ່າຍພວມມີການພັດທະນາຢ່າງເລິກເຊິ່ງກ້ວາງຂວາງ ແລະ ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ສ.ເກົາຫຼີ - ຫວຽດນາມ.