ຈາກພາລະກິດທ້ອນໂຮມປະເທດຊາດເປັນເອກະພາບ ຕະຫຼອດຮອດວິວັດການສ້າງຄວາມຜາສຸກຂອງຊາດ
ກ່ອນນີ້ພໍດີ 49 ປີ, ວັນທີ 30 ເມສາ 1975, ທຸງໄຊຊະນະຂອງແນວໂຮມປົດປ່ອຍພາກໃຕ້ ຫວຽດນາມ ໄດ້ປິວສະບັດຢູ່ເທິງຫຼັງຄາທຳນຽບເອກະລາດ, ຢູ່ນະຄອນ ໂຮ່ຈີມິນ, ໄດ້ສ້າງຂີດໝາຍບັ້ນຮົບ ໂຮ່ຈີມິນ ໄດ້ຮັບໄຊຊະນະຢ່າງສົມບູນ, ປະເທດ ຫວຽດນາມ ໄດ້ທ້ອນໂຮມເປັນເອກະພາບ. ນັບແຕ່ບັນດາຜົນງານອັນຍິ່ງໃຫຍ່ຂອງໄຊຊະນະ ວັນທີ 30 ເມສາ ນັ້ນ, ຫວຽດນາມ ໄດ້ມີການພັດທະນາເທື່ອລະກ້າວ. ເສດຖະກິດບັນລຸໄດ້ຜົນງານໃຫຍ່ຫຼວງ, ການເມືອງສັງຄົມເປັນປົກກະຕິ, ດັດຊະນີຄວາມຜາສຸກຂອງປະຊາຊົນກໍໄດ້ເລື່ອນຂຶ້ນຢູ່ຂັ້ນທີ່ດີໃນຕາຕະລາງຈັດອັນດັບທົ່ວໂລກ.