ກະຊວງປ້ອງກັນປະເທດຫວຽດນາມ ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງໃຫ້ນາຍທະຫານຫວຽດນາມ ໄປປະຕິບັດໜ້າທີ່ຢູ່ສຳນັກງານ ສປຊ
ຍສໝ - ໂດຍໄດ້ຮັບການມອບສິດຈາກປະທານປະເທດ, ທ່ານ ພົນໂທ ຫງວຽນຈີວີ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ມອບຂໍ້ຕົກລົງໃຫ້ແກ່ ທ່ານພັນຕີ ເຈິ່ນດຶກເຫືອງ, ກົມຮັກສາສັນຕິພາບ ຫວຽດນາມ ໄປປະຕິບັດໜ້າທີ່ ເປັນນາຍທະຫານເສນາທິການ ແຜນການຂຶ້ນກັບພະແນກແຜນການການທະຫານ, ຫ້ອງການບັນດາບັນຫາການທະຫານ, ກົມເຄື່ອນໄຫວຮັກສາສັນຕິພາບ ຢູ່ ສຳນັກງານ ສປຊ ຢູ່ ນິວຢອກ, ອາເມລິກາ.