ພິທີສົມມະນາຄຸນເທວະດາຟ້າແຖນຂອງຊາວເຜົ່າບານາຈະມີຂອບຂະໜາດໃຫຍ່ກວ່າດ້ວຍການຮ່ວມແຮງຮ່ວມໃຈຂອງທຸກໆຄົນ ທຸກໆຄອບຄົວ
ໃນຊ່ວງເວລາທ້າຍປີຖ້າມີໂອກາດມາຢາມໝູ່ບ້ານຂອງຊາວເຜົ່າບານາຢູ່ດິນແດນເຕິຍງວຽນທີ່ເຕັມໄປດ້ວຍລົມແດດຈະພົບເຫັນຮູບພາບຂອງຊາວເຜົ່າບານາພວມນັ່ງອ້ອມໄຫເຫຼົ້າຢູ່ສາລາບ້ານ. ເຂົາເຈົ້າພ້ອມກັນຮ່ວມມ່ວນຊື່ນ ແລະຝາກຝັງຄວາມຫວັງອັນດີງາມໃຫ້ແກ່ໝູ່ບ້ານແລະຊາວເຜົ່າບານາແຕ່ລະຄົນ. ນີ້ກໍ່ແມ່ນພິທີສົມມະນາຄຸນເທວະດາຟ້າແຖນຂອງພໍ່ແມ່ພີ່ນ້ອງເຜົ່າບານາຢູ່ແຫ່ງນີ້.