ສິນຄ້າຂອງຫວຽດນາມ ສົ່ງອອກໄປຕາເວັນອອກກາງເພີ່ມຂຶ້ນຢ່າງວ່ອງໄວໃນດ້ານປະລິມານ ແລະ ປະເພດ
ຍສໝ - ໃນປີທີ 2 ທີ່ໄດ້ຈັດສັບປະດາສິນຄ້າ ຫວຽດນາມ ສົ່ງອອກ, ຜະລິດຕະພັນກະເສດ, ສິນໃນນ້ຳ, ຜະລິດຕະພັນທີ່ບໍ່ແມ່ນອາຫານ ກໍ່ໄດ້ເພີ່ມຂຶ້ນຢ່າງຕັ້ງໜ້າໃນດ້ານປະລິມານ, ຄຸນນະພາບ, ແລະ ປະເພດສິນຄ້າຂອງຫວຽດນາມ. ເຫດການດັ່ງກ່າວໄດ້ຈັດຂຶ້ນຢູ່ລະບົບສັບພະສິນຄ້າ Lulu ແລະ Al Maya, ສະຫະລັດ ອາຣັບ ເອມີເລດ (UAE), ເຊິ່ງດຳເນີນແຕ່ວັນທີ 9-15 ພະຈິກ.