ນະຄອນ ໂຮ່ຈິມິນ ແລະ WEF ຮ່ວມມືສ້າງຕັ້ງສູນການປະຕິວັດອຸດສາຫະກຳຄັ້ງທີ 4
ຍສໝ - ວັນທີ 16 ມັງກອນ, ໃນຂອບເຂດເວທີປາໄສເສດຖະກິດໂລກຢູ່ Davos, ສະວິດ, ທ່ານປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈິມິນ ຟ່ານວັນໝາຍ ໄດ້ລົງນາມໃນສັນຍາຮ່ວມມືສ້າງຕັ້ງສູນການປະຕິວັດອຸດສາຫະກຳຄັ້ງທີ 4 (C4IR) ຢູ່ນະຄອນ ໂຮ່ຈິມິນ ພ້ອມກັບເວທີປາໄສເສດຖະກິດໂລກ (WEF) ໂດຍມີການເປັນສັກຂີພະຍານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານສາດສະດາຈານ Klaus Schwab, ຜູ້ກໍ່ຕັ້ງທັງເປັນປະທານ WEF.