ການຮ່ວມມື ຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ ແລະ ຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນກຳປູເຈຍ
ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນຫຼວງພະນົມເປັນ, ທ່ານປະທານພັກປະຊາຊົນກຳປູເຈຍ (CPP), ນາຍົກລັດຖະມົນຕີ Hun Sen, ທ່ານປະທານກິດຕິມະສັັກ CPP, ປະທານສະພາແຫ່ງຊາດ Heng Samrin ແລະ ຮອງປະທານ CPP, ປະທານສະພາສູງ Say Chhum ໄດ້ໃຫ້ການຕ້ອນຮັບທ່ານ ເລຮ່ວາຍຈູງ, ກຳມະການຄະນະບໍລິຫານງານສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພວມຢ້ຽມຢາມ ກຳປູເຈຍ ຢ່າງເປັນທາງການ.