ຍສໝ - ລະອຽດຄື, ຕະຫຼາດການສົ່ງອອກສິນໃນນ້ຳໃຫຍ່ສຸດຂອງ ຫວຽດນາມ ແມ່ນ ອາເມລິກາ ຄາດຄະເນວ່າຈະຟື້ນຕົວນັບແຕ່ໄລຍະ 6 ເດືອນທ້າຍປີຍ້ອນລະດັບເງິນເຟີ້ຫລຸດລົງ, ລະດັບສິນຄ້າຄ້າງສາງຫລຸດລົງ, ຄວາມຕ້ອງການຮັບໃຊ້ໂອກາດງານບຸນທ້າຍປີເພີ່ມຂຶ້ນ.
ຍສໝ - ໃນຂອບເຂດແຫຼ່ງທຶນ ODA, ສ.ເກົາຫຼີ ຈະຊຸກຍູ້ໂຄງການນຳໃຊ້ປ່າຊາຍເລນຢູ່ບັນດາແຂວງພາກເໜືອຂອງຫວຽດນາມ ແລະຖ່າຍທອດເຕັກໂນໂລຢີທີ່ກ່ຽວຂ້ອງເພື່ອລ້ຽງບັນດາສັດທະເລ (ກຸ້ງ, ກງ, ປູ...).
ຕາມສະຫະສະມາຄົມປຸງແຕ່ງແລະສົ່ງອອກສິນໃນນ້ຳ ຫວຽດນາມແລ້ວ ການສົ່ງອອກຫອຍໄປຍັງ EU ໄດ້ເຕີບໂຕດີຍ້ອນວ່ານີ້ແມ່ນບັນດາຜະລິດຕະພັນປຸງແຕ່ງມີຄວາມສະດວກໃນການບໍລິໂພກໃນຍາມເກີດໂລກລະບາດ ແລະ ລາຄາກໍ່ເໝາະສົມ.
ການສົ່ງອອກສິນໃນນ້ຳຂອງ ຫວຽດນາມ ໄປຍັງຕະຫຼາດ ອີຢູ ໃນ 6 ເດືອນຕົ້ນປີນີ້ ບັນລຸໄດ້ກວ່າ 486 ລ້ານ USD, ເພີ່ມຂຶ້ນ 20%. ໃນນັ້ນ, ການສົ່ງອອກບັນດາຜະລິດຕະພັນສິນທະເລເພີ່ມຂຶ້ນ 24% ບັນລຸ 154 ລ້ານ USD, ສິນໃນນ້ຳ ຜ່ານການປູກລ້ຽງເພີ່ມຂຶ້ນ 18% ບັນລຸ 333 ລ້ານ USD.
ຍສໝ - ເຈົ້າໜ້າທີ່ 3 ປະເທດ ລາວ, ຈີນ, ມາເລເຊຍ ຫາກໍ່ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນບົດຮຽນປະສົບການອາຊີບຫາປາ ທັນສະໄໝເພື່ອປຶກສາຫາລືກ່ຽວກັບຄວາມສາມາດໃນການຮ່ວມມືໃນຂົງເຂດສິນທະເລລະຫວ່າງບັນດາຝ່າຍ.
ຍສໝ - ຕາມບັນດານັກຊ່ຽວຊານໄຈ້ແຍກຂອງບໍລິສັດຫຸ້ນສ່ວນຫຼັບຊັບ FPT (FPTS) ແລ້ວ, ຫວຽດນາມໄດ້ຄາດຄະເນວ່າຈະສືບຕໍ່ເພີ່ມປະລິມານກຸ້ງໃນປີ 2021, ບັນລຸໄດ້ປະມານ 730,000 ໂຕນ, ເພີ່ມຂຶ້ນ 4%. ດັ່ງນັ້ນ, ແຫຼ່ງກຸ້ງສະໜອງຢ່າງມີນສະຖຽນລະພາບກໍ່ແມ່ນທ່າໄດ້ປຽບໃຫ້ແກ່ບັນດາວິສາຫະກິດສົ່ງອອກກຸ້ງ ຫວຽດນາມ ສືບຕໍ່ເພີ່ມຜະລິດຕະພັນຢູ່ບັນດາຕະຫຼາດສົ່ງອອກ.
ຍສໝ - ໃນເດືອນມັງກອນ 2021 ໄດ້ດຳເນີນກອງປະຊຸມກຸ່ມເຈລະຈາກ່ຽວກັບບັນດາຫຼັກການຂອງ WTO ກ່ຽວກັບການໜູນຊ່ວຍສິນໃນນ້ຳ.
ຍສໝ - ກຸ່ມບໍລິສັດສິນໃນນ້ຳຟຸມິງ ໃນຫຼາຍປີຜ່ານມາ ໄດ້ປະກອບສ່ວນຫຼາຍໝາກຜົນສຳຄັນໃຫ້ແກ່ໝາກຜົນລວມຂອງຂະແໜງ. ກຸ່ມບໍລິສັດໄດ້ຜ່ານຜ່າຄວາມຫຍຸ້ງຍາກຫຼາຍຢ່າງ ເພື່ອຈັດຕັ້ງການຜະລິດດ້ວຍຍອດປະລິມານກຸ່ມປຸງແຕ່ງສົ່ງອອກບັນລຸ 55.000 ໂຕນ, ວົງເງິນການສົ່ງອອກບັນລຸ 580 ລ້ານ USD, ແກ້ໄຂວຽກເຮັດງານທຳໃຫ້ແກ່ຜູ້ອອກແຮງງານ 5000 ຄົນ.
ຍສໝ - ໃນໄລຍະຈະມາເຖິງ, ກະຊວງອຸດສາຫະກຳ ແລະ ການຄ້າ ຈະສືບຕໍ່ສົມທົບກັບກະຊວງກະສິກຳ ແລະ ພັດທະນາຊົນນະບົດ ແລະ ບັນດາອົງການທີ່ກ່ຽວຂ້ອງເຮັດວຽກ ແລະ ຊຸກຍູ້ SFDA ເພີ່ມເຕີມບັນດາວິສາຫະກິດ ຫວຽດນາມ ອື່ນໆ ໄດ້ຮັບການອະນຸຍາດສົ່ງອອກສິນໃນນ້ຳໄປຍັງຕະຫຼາດ ອາຣັບບິ ຊາອຸດິດຄືນໃໝ່, ກ້າວໄປເຖິງການແກ້ໄຂຄຳສັ່ງຢຸດຕິການນຳເຂົ້າສິນໃນນ້ຳຈາກຫວຽດນາມຢ່າງສິ້ນເຊິງ.