ແນວໂຮມປະເທດຊາດ ຫວຽດນາມ ແລະ ສະມັດຊາໃຫຍ່ ສັນຕິພາບໂລກ ຄວນເພີ່ມທະວີການຮ່ວມມືເພື່ອສັນຕິພາບ
ຍສໝ - ນີ້ແມ່ນເນື້ອໃນໂດຍຜູ້ແທນຫຼາຍທ່ານສະເໜີຢູ່ການພົບປະຂອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໂດວັນຈຽນ ກັບ ຄະນະຜູ້ແທນສະມັດຊາໃຫຍ່ສັນຕິພາບໂລກ ໃນຕອນຄ່ຳວັນທີ 24 ພະຈິກເນື່ອງໃນໂອກາດສະມັດຊາໃຫຍ່ຄັ້ງທີ 22 ທີ່ໄດ້ຈັດຂຶ້ນຢູ່ ຫວຽດນາມ.