ນັກຮຽນຫຼາຍກວ່າ 1,800 ຄົນ ເຂົ້າຮ່ວມໂຄງການສຶກສາອົບຮົມກ່ຽວກັບສິດທິເດັກ
ຍສໝ - ໃນເດືອນເມສາ ປີ 2026, ອົງການ Good Neighbors ຫວຽດນາມ (GNI) ໄດ້ຈັດຕັ້ງປະຕິບັດຊຸດໂຄງການສຶກສາອົບຮົມກ່ຽວກັບສິດທິເດັກ (Child Rights Education - CRE) ຢູ່ 6 ໂຮງຮຽນ ຄື: ໂຮງຮຽນປະຖົມ ອຽນນຮ່າ, ປະຖົມ ເຕີນຈິງ, ປະຖົມ ເຕີນບັກ, ປະຖົມ ບັງລັງ, ໂຮງຮຽນກິນນອນຊົນເຜົ່າປະຖົມ ແລະ ມັດທະຍົມຕອນຕົ້ນ ອຽນແທ່ງ ແລະ ໂຮງຮຽນກິນນອນຊົນເຜົ່າ ປະຖົມ ແລະ ມັດທະຍົມຕອນຕົ້ນ ບານເຣຍ, ແຂວງ ຕວຽນກວາງ ໂດຍມີນັກຮຽນເຂົ້າຮ່ວມຫຼາຍກວ່າ 1,800 ຄົນ.