ທ່ານເອກອັກຄະລັດຖະທູດ ອາເມລິກາ ຊອກຮູ້ກ່ຽວກັບມໍລະດົກສົງຄາມຢູ່ ຫວຽດນາມ
ວັນທີ 10 ທັນວາ, ຢູ່ ຮ່າໂນ້ຍ, ທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ Marc E. Knapper ແລະ ຄະນະປະຕິບັດງານໂຮງຮຽນ Harvard Kennedy ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສູນສຳເນົາແຫ່ງຊາດ III, ກົມເອກະສານ ແລະ ການສຳເນົາແຫ່ງລັດ ຫວຽດນາມ. ຢູ່ທີ່ນີ້, ທ່ານ Knapper ໄດ້ໄປຢ້ຽມຢາມເຂດວາງສະແດງ ແລະ ເບິ່ງຊຸດເອກະສານການເດີນທາງໄປພາກໃຕ້ຂອງນັກຮົບເສຍສະຫຼະຊີວິດເພື່ອຊາດ ດັ້ງຖຸ້ຍເຈິມ.