ເພີ່ມຄວາມເຂົ້າໃຈ ໃຫ້ພະນັກງານໃນການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ

ເພີ່ມຄວາມເຂົ້າໃຈ ໃຫ້ພະນັກງານໃນການຄຸ້ມຄອງ ແລະ ນຳໃຊ້ສື່ສັງຄົມອອນລາຍ

ໃນວັນທີ 30 ມັງກອນ 2020 ທີ່ສະໂມສອນສູນວິໄຈດິນ ກະຊວງກະສິກຳ ແລະ ປ່າໄມ້ (ວິທະຍາເຂດດົງໂດກ), ທ່ານ ທັນສະໄໝ ກົມມະສິດ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ (ປທສ), ໃຫ້ກຽດປາຖະກະຖາ ໃນຫົວຂໍ້: ການຄຸ້ມຄອງ ແລະ ນໍາໃຊ້ສື່ສັງຄົມອອນລາຍ ໃນກອງປະຊຸມຝຶກອົບຮົມ ວຽກງານໂຄສະນາ ອົບຮົມ ທົ່ວປະເທດ ປະຈໍາປີ 2019 ໂດຍມີຕາງໜ້າຈາກໂຄສະນາ ອົບຮົມສູນກາງພັກ ແລະ ໂຄສະນາອົບຮົມ ທົ່ວປະເທດເຂົ້າຮ່ວມ.

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ

ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ

ໃນອາທິດຜ່ານມາ, ຫ້ອງການກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ອອກແຈ້ງການເຖິງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງສື່ທີ່ຜະລິດ ແລະ ບໍລິການຂ່າວລາວ ຢູ່ສື່ສັງຄົມອອນລາຍໃຫ້ມາລົງທະບຽນກັບ ກົມສື່ມວນຊົນ ເລີ່ມແຕ່ວັນທີ 12/07/2019.