ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 98 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມິຖຸນາ 1925 – 21 ມິຖຸນາ 2023), ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບການນຳຄະນະໂຄສະນາສຶກສາສູນກາງພັກ, ກະຊວງຖະແຫຼງຂ່າວ ແລະ ສື່ມວນຊົນ, ສະມາຄົມນັກຂ່າວ ຫວຽດນາມ, ບັນດານັກຂ່າວຜູ້ອາວຸໂສ, ຜູ້ຕາງໜ້າການນຳບັນດາອົງການສື່ສານ ແມ່ນສະມາຊິກຂອງສະພາກຳມະການຮອບຄັດເລືອກ ແລະ ຮອງຊະນະເລີດການແຂ່ນຂັນຊີງລາງວັນ ຢຽນຮົ່ງ ຄັ້ງທີ 1, ການນຳບາງອົງການສື່ມວນຊົນທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ
ຍສໝ - ວັນທີ 9 ກຸມພາ, ຢູ່ຮ່າໂນ້ຍ, ຄະນະໂຄສະນາສຶກສາສູນກາງ ສົມທົບກັບ ສະພາທິດສະດີສູນກາງ ແລະສຳນັກພິມການເມືອງແຫ່ງຊາດ ຊື້ເທີດ ຈັດຕັ້ງພີທີ ເປີດຕົວປື້ມ “ບາງບັນຫາທິດສະດີ ແລະພຶດຕິກຳກ່ຽວກັບລັດທິສັງຄົມນິຍົມ ແລະເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ຫວຽດນາມ” ຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.
ວັດທະນະທຳໃນຖານະພະລັງພາຍໃນທີ່ສຳຄັນຂອງການພັດທະນາ, ແຊກຊຶມລະຫວ່າງວັດທະນະທຳກັບການເມືອງ, ເສດຖະກິດ, ສັງຄົມ... ເພື່ອສ້າງກຳລັງແຮງສັງລວມ ຂອງການພັດທະນາປະເທດ ໃນເງື່ອນໄຂເສດຖະກິດຕະຫຼາດກຳນົດທິດສັງຄົມນິຍົມ ແລະເຊື່ອມໂຍງສາກົນ.
ຍສໝ - ນັກຊ່ຽວຊານລັດເຊຍ Grigory Trofimchuk ກໍ່ໄດ້ຕີລາຄາສູງໝາກຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ ໃນສະພາບການທີ່ບົດບາດ ແລະ ຄວາມສຳຄັນຂອງຫວຽດນາມ ຕໍ່ອາຊີຕາເວັນອອກເວົ້າສະເພາະ ແລະ ໃນບັນດາເວທີປາໄສສາກົນເວົ້າລວມ ໄດ້ນັບມື້ນັບເພີ່ມຂື້ນ.