ຍສໝ - ເພື່ອເຜີຍແຜ່ນ້ຳໃຈສາມັກຄີ, ຄວາມຮັກແພງ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນລະຫວ່າງບັນດາປະຊາຊົນ, ປະເທດຊາດ ແລະ ບັນດາປະຊາຄົມໃນທົ່ວໂລກ, ລາຍການ "ຍ່າງເພື່ອສັນຕິພາບຂອງມະນຸດ 2025” ໄດ້ດຳເນີນຢູ່ເມືອງ ຫງູແຮງເຊີນ ໂດຍນະຄອນ ດ່າໜັງ ໄດ້ດຶງດູດຜູ້ເຂົ້າຮ່ວມກ່ວາ 300 ຄົນ.
ຍສໝ - ໃນສະພາບແວດລ້ອມສາກົນທີ່ມີການຜັນແປ, ກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງຕິດພັນ, ວຽກງານການທູດມີໜ້າທີ່ປັບປຸງສະພາບແວດລ້ອມສັນຕິພາບ, ຍາດແຍ່ງເອົາເງື່ອນໄຂສາກົນເພື່ອໃຫ້ປະເທດພັດທະນາຢ່າງວ່ອງໄວ.
ຍສໝ - ລະດູບານໃໝ່ບ້ານເກີດເມືອງນອນແມ່ນເຫດການພິເສດ, ທີ່ປະຊາຊົນທີ່ຢູ່ຫ່າງໄກຈາກບ້ານກັບເມືອປະເທດຊາດ, ເຊື່ອມຕົວເຂົ້າໃນກະແສຂອງປະເທດຊາດ ແລະ ມີຄວາມຮູ້ສຶກຢ່າງເລິກເຊິ່ງເຖິງລົມຫາຍໃຈຂອງບ້ານເກີດເມືອງນອນໃນແຕ່ລະໂນດດົນຕີ ແລະ ສີສັນດອກໄມ້ຂອງບຸນປີໃໝ່. ສຳລັບຊາວຫວຽດນາມ ຢູ່ຕ່າງປະເທດ, ນີ້ບໍ່ພຽງແຕ່ແມ່ນໂອກາດເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນຈຸດເວລາເພື່ອເຊື່ອມຕໍ່ຈິດວິນຍານກັບຕົ້ນກຳເນີດ, ເພື່ອຮູ້ສຶກວ່າເຂົາເຈົ້າຂຶ້ນກັບຊຸມຊົນທີ່ໃຫຍ່, ເຂັ້ມແຂງ ແລະ ເຕັມໄປດ້ວຍຮັກແພງ.
ຍສໝ - ນີ້ແມ່ນຄຳປາໄສຂອງຮອງປະທານຄະນະກຳມະການປະຊາຊົນ ນະຄອນ ເຫ້ວ, ທ່ານ ຟານກູຍເຟືອງ ທີ່ກອງປະຊຸມສະຫຼຸບວຽກງານການຕ່າງປະເທດປີ 2024 ແລະ ຜັນຂະຫຍາຍໜ້າທີ່ປີ 2025 ຂອງພະແນກການຕ່າງປະເທດ ນະຄອນ ເຫ້ວ ໃນຕອນແລງ ວັນທີ 10 ມັງກອນ.