ສິງກະໂປ ອະນຸມັດເງື່ອນໄຂນຳເຂົ້າໄຟຟ້າສະອາດຈາກຫວຽດນາມ
ຍສໝ - ຕາມຂ່າວສານຫວຽດນາມ, ວັນທີ 27 ຕຸລານີ້, ໃນຂອບເຂດສັບປະດາພະລັງງານສາກົນສິງກະໂປ 2023 (SIEW 2023), ອົງການຄຸ້ມຄອງຕະຫຼາດພະລັງງານສິງກະໂປ (EMA) ໄດ້ມອບຂໍ້ຕົກລົງອະນຸມັດການນຳເຂົ້າໄຟຟ້າສະອາດສົ່ງອອກຈາກຫວຽດນາມໃຫ້ບໍລິສັດ Sembcorp Utilities Ltd. (SCU).