ປະຕິບັດ​ສົນທິສັນຍາ​ຮ່າ​ໂນ້ຍ: ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສອງ​ດ້ານ

ປະຕິບັດ​ສົນທິສັນຍາ​ຮ່າ​ໂນ້ຍ: ຫວຽດນາມ​ປະ​ເຊີນ​ໜ້າ​ກັບ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ສອງ​ດ້ານ

ຍສໝ - ການ​ເປີດ​ກວ້າງ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ຕ້ານ​ອາດຊະຍາ​ກຳ​ທາງ​ອິນ​ເຕີ​ແນັດ (ສົນທິສັນຍາ​ຮ່າ​ໂນ້ຍ) ​ໄດ້​ລົງ​ນາມ​ເປັນ​ຂີດ​ໝາຍ​ການ​ຫັນປ່ຽນ​ໃນ​ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ທາງ​ອິນ​ເຕີ​ແນັດ​ສາກົນ. ສຳລັບຫວຽດນາມ - ປະເທດທີ່ມີອັດຕາຜູ້ໃຊ້ອິນເຕີເນັດສູງທີ່ສຸດໃນໂລກ, ນີ້ແມ່ນກາລະໂອກາດເພື່ອເພີ່ມທະວີການຮ່ວມມືສາກົນ ແລະ ປັບປຸງຄວາມສາມາດປ້ອງກັນທາງອິນເຕີເນັດ, ທັງເປັນສິ່ງທ້າທາຍໃນການປັບປຸງກອບກົດໝາຍ, ພື້ນຖານໂຄງລ່າງເຕັກນິກ ແລະ ຊັບພະຍາກອນມະນຸດໃຫ້ສົມບູນແບບເພື່ອປະຕິບັດບັນດາຄໍາໝັ້ນສັນຍາສາກົນຢ່າງມີປະສິດທິຜົນ.