ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງຈົດໝາຍເຖິງຂະແໜງການສຶກສາ ເນື່ອງໃນໂອກາດເປີດສົກຮຽນໃໝ່
ຍສໝ - ເນື່ອງໃນໂອກາດເປີດສົກຮຽນໃໝ່ 2023-2024, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງຈົດໝາຍເຖິງຂະແໜງການສຶກສາ.
ຍສໝ - ເນື່ອງໃນໂອກາດເປີດສົກຮຽນໃໝ່ 2023-2024, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ສົ່ງຈົດໝາຍເຖິງຂະແໜງການສຶກສາ.
ເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2019-2020 ນີ້, ທ່ານ ທອງລຸນ ສີສຸລິດ ນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕາງໜ້າລັດຖະບານ ແລະ ໃນນາມສ່ວນຕົວ ຝາກຄວາມຢ້ຽມ ຢາມຖາມຂ່າວອັນອົບອຸ່ນ, ຄຳອວຍພອນອັນປະເສີດ ມາຍັງຜູ້ບໍລິຫານການສຶກສາທຸກຂັ້ນ, ຄູ, ອາຈານ ແລະ ນັກຮຽນ-ນັກສຶກສາທຸກໆຄົນ ໃນທົ່ວປະເທດ, ຂໍໃຫ້ມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ມີຄວາມຈະເລີນກ້າວໜ້າ ຕະຫລອດສົກຮຽນ ແລະ ຕະຫລອດໄປ.
ນັບແຕ່ທ້າຍເດືອນ ສິງຫາ ຫາ ຕົ້ນເດືອນກັນ 2019, ໂຮງຮຽນສາມັນແຫ່ງຕ່າງໆ ໃນທົ່ວປະເທດ ໄດ້ທະຍອຍໄຂສົກຮຽນໃໝ່ ປະຈຳສົກປີ 2019-2020 ຢ່າງເປັນຂະບວນຟົດຟື້ນ. ສະເພາະ ນະຄອນຫລວງວຽງຈັນ ໄດ້ຈັດຂຶ້ນທີ່ໂຮງຮຽນ ມສ ນາຊາຍທອງ ໃນວັນທີ 30 ສິງຫາ 2019, ໂດຍການເຂົ້າຮ່ວມຂອງທ່ານ ພຸດ ສິມມາລາວົງ ຮອງລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ສີຫູນ ສິດທິລືໄຊ ຮອງເຈົ້າຄອງນະຄອນຫລວງວຽງຈັນ, ມີທ່ານເຈົ້າເມືອງໆນາຊາຍທອງ, ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ຈາກ 9 ຕົວເມືອງ, ແຂກຖືກເຊີນ ພ້ອມດ້ວຍພະນັກງານ ຄູ-ອາຈານ ແລະ ນັກຮຽນເຂົ້າຮ່ວມຢ່າງຫລວງຫລາຍ.