ຍສໝ - ຕອນເຊົ້າວັນທີ 15 ມີນາ, ຢູ່ ອຸດອນ ທານີ (ໄທ), ສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ Fukuoka, ປະເທດ ຍີ່ປຸ່ນ ໄດ້ສົມທົບກັບສະຖານກົງສູນໃຫຍ່ ຫວຽດນາມ ປະຈໍາ ແຂວງ ຂອນແກ່ນ, ປະເທດ ໄທ ໄດ້ຈັດຕັ້ງເວທີປາໄສ “ເຊື່ອມຕໍ່ການຄ້າ ແລະ ການທ່ອງທ່ຽວລະຫວ່າງ ຍີ່ປຸ່ນ - ໄທ - ຫວຽດນາມ”.
ຍສໝ - ອະນາຄົດຂອງເດັກນ້ອຍທີ່ໂຊກຮ້າຍປາກແວ່ງ, ເພດານໂວ່ ຈະມີຄວາມສົມບູນຫຼາຍຂຶ້ນ ເມື່ອໄດ້ຮັບການຊ່ວຍເຫຼືອໃນການຜ່າຕັດ. ຫວ່າງມໍ່ໆມານີ້, ບໍລິສັດ Mega Market ຫວຽດນາມ ແລະ ບັນດາຄູ່ຮ່ວມມື, ໃນນັ້ນ ມີບໍລິສັດການຄ້າ-ການຜະລິດ Number One ຈຳກັດ ໄດ້ໜູນຊ່ວຍຄ່າຜ່າຕັດໃຫ້ແກ່ເດັກນ້ອຍ ຫວຽດນາມ ໂດຍຜ່ານອົງການຜ່າຕັດໄສຍະກໍາຮອຍຍິ້ມ (Operation Smile Vietnam).
ຍສໝ - ຕອນເຊົ້າວັນທີ 2 ມີນາ, ຢູ່ຮ່າໂນ້ຍ, ຄະນະຫົວໜ້າສຳນັກງານຜູ້ແທນຫວຽດນາມ ຢູ່ຕ່າງປະເທດ ອາຍຸການ 2024-2027 ໂດຍການນຳໜ້າຂອງ ທ່ານຮອງລັດຖະມົນຕີການຕ່າງປະເທດ ໂດຮູ່ງຫວຽດ ໄດ້ມີການພົບປະເຈລະຈາກັບກຸ່ມ Vingroup.
ວິສາຫະກິດຫວຽດນາມ ໜູນຊ່ວຍແຂວງໄຊສົມບູນ (ລາວ) ສ້າງເຮືອນຢູ່ໃຫ້ພະນັກງານລາວ
ຍສໝ - ຕາມຂ່າວສານຫວຽດນາມ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ລາວ, ຕອນຄ່ຳວັນທີ 5 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະ. ຜູ້ຕາງໜ້າ 160 ວິສາຫະກິດຫວຽດນາມ ຢູ່ລາວ.
ຍສໝ - ຜູ້ທີ່ປຶກສາດ້ານເສດຖະກິດ ແລະ ການຄ້າ, ສະຖານທູດລາວ ປະຈຳ ຫວຽດນາມ ສອນຈັນ ພຸດທະວົງໃຫ້ຮູ້ວ່າ: ລັດຖະບານລາວ ຍາມໃດກໍ່ໃຫ້ຄວາມສຳຄັນເປັນພິເສດເຖິງວິສາຫະກິດ ຫວຽດນາມ. ຫວຽດນາມ ແລະ ລາວ ຍັງມີຊ່ອງຫວ່າງຫຼາຍຢ່າງໃນການຮ່ວມມືດ້ານການຄ້າ ແລະ ການລົງທຶນ.
ຍສໝ - ໃນວັນທີ 30 ກັນຍານີ້, ຢູ່ນະຄອນຫຼວງ Budapest, ປະເທດ ຮຸງກາຣີ, ໄດ້ດຳເນີນກອງປະຊຸມເວທີປາໄສວິສາຫະກິດຫວຽດນາມຢູ່ຕ່າງປະເທດເອີລົບຄັ້ງທີ 12, ໂດຍສະມາຄົມວິສາຫະກິດຫວຽດນາມ ຢູ່ເອີລົບ ແລະ ສະມາຄົມວິສາຫະກິດຫວຽດນາມ ອາໄສຢູ່ຕ່າງປະເທດ ຮຸງກາຣີ ຈັດຕັ້ງ.
ຍສໝ - ໂດຍໄດ້ຮັບຄຳເຊີນຂອງຄະນະບໍລິຫານງານສູນກາງພັກປະເທດເຮົາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດກູບາ ນຳໂດຍທ່ານ Roberto Morales Ojeda, ກຳມະການກົມການເມືອງ, ກຳມະການປະຈຳຄະນະເລຂາພັກກອມມູນິດກູບາ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ, ແລະ ເປັນປະທານຮ່ວມໃນການສຳມະນາທິດສະດີຄັ້ງທີ 5 ລະຫວ່າງສອງພັກ, ແຕ່ວັນທີ 30 ເມສາ ຫາ 4 ພຶດສະພາ 2023.
ຍສໝ - ກຸ່ມບໍລິສັດ ເກ້ເລີມ (ຫວຽດນາມ) ຫາກໍ່ລົງນາມໃນສັນຍາຮ່ວມມືກັບກຸ່ມບໍລິສັດພົງສະຫວັນ (ລາວ) ກ່ຽວກັບການພັດທະນາກະສິກຳອົງຄະທາດ ແລະ ການປູກຝັງແບບໝູນວຽນ ລະຫວ່າງສອງບໍລິສັດຢູ່ນະຄອນຫຼວງວຽງຈັນ.
ການສົ່ງອອກໝາກກ້ຽງໃຫຍ່ຕາມໂຄຕານັ້ນ ຈະຊ່ວຍໃຫ້ວິສາຫະກິດຫວຽດນາມ ມີໂອກາດໄດ້ເຂົ້າເຖິງຕະຫຼາດອາເມລິກາ ຢ່າງກ້ວາງຂວາງກ່ວາ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດທີ່ມີຄຸນນະພາບສູງອັນດັບໜຶ່ງໃນປັດຈຸບັນ, ພ້ອມທັງຊ່ວຍໃຫ້ວິສາຫະກິດ ແລະ ຊາວກະສິກອນ ມີກຳລັງສູງກ່ວາ.
ຍສໝ - ປີ 2022 ແມ່ນປີທຳອິດທີ່ບັນດາຜະລິດຕະພັນເຂົ້າສານສົ່ງອອກ ມີເຄື່ອງໝາຍ “Made in Vietnam”, ໄດ້ບັນຈຸຢູ່ໃນພາຊະນະຫຸ້ມຫໍ່ຂອງວິສາຫະກິດຫວຽດນາມສະເພາະ ແລະ ໄດ້ຈົດທະບຽນຮູບແບບສາກົນ.
ຍສໝ - ຫວ່າງແລ້ວນີ້, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ມີການພົບປະກັບບັນດາວິສາຫະກິດຫວຽດນາມ ແລະ ວິສາຫະກິດຂະແມ ເຊື້ອຊາດຫວຽດນາມ ຢູ່ປະເທດ ກຳປູເຈຍ. ເຂົ້າຮ່ວມມີ ທ່ານຮອງນາຍົກລັດຖະມົນຕີ ເລວັນແທ່ງ, ການນຳບາງກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ວິສາຫະກິດ 30 ກວ່າແຫ່ງ.
ຍສໝ - ວັນທີ 20 ກັນຍາ, ກະຊວງອຸດສາຫະກຳ ແລະການຄ້າຫວຽດນາມ ພ້ອມກັບກົມພັດທະນາເສດຖະກິດ ແລະການຄ້າຂອງອໍານາດການປົກຄອງເຂດບໍລິຫານພິເສດຮົ່ງກົງ (ຈີນ) ໄດ້ຮ່ວມກັນຈັດກອງປະຊຸມ “ຟື້ນຟູເສດຖະກິດພາຍຫຼັງໂລກລະບາດ: ການພົວພັນຮ່ວມມືຫວຽດນາມ-ຮົ່ງກົງ” ດ້ວຍຮູບການອອນລາຍ.
ຍສໝ - ກອງທຶນ Steve Bui & Friends ແລະ ບັນດາບໍລິສັດ ໄດ້ບໍລິຈາກເງິນຈຳນວນ 50 ລ້ານດົ່ງ ແລະ ອຸປະກອນການແພດ ໃຫ້ຄະນະກຳມະການແຫ່ງລັດ ສຳລັບຊາວຕ່າງປະເທດຫວຽດນາມ, ແຂວງບັກນິງ ແລະ ແຂວງບັກຢາງ ເພື່ອສະໜັບສະໜູນການປ້ອງກັນການລະບາດ.
ກອງປະຊຸມສຳມະນາ ເພື່ອແນໃສ່ເຊື່ອມຕໍ່ສຽງເວົ້າຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຈາກວິສາຫະກິດ ຕະຫຼອດຮອດບັນດາອົງການຈັດຕັ້ງພາຍໃນ ແລະ ຕ່າງປະເທດ...
ຍສໝ - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳ ອົດສະຕາລີ ຫງວຽນເຕີດແທັງ ໃຫ້ຮູ້ວ່າ ການພົວພັນດ້ານການຄ້າຫວຽດນາມ - ອົດສະຕາລີ ຈະສືບຕໍ່ຂະຫຍາຍຕົວໃນປີ 2020, ໃນນັ້ນມີການປະກອບສ່ວນສຳຄັນ ຂອງບັນດາວິສາຫະກິດຫວຽດນາມຢູ່ອົດສະຕາລີ.
ຍສໝ - ເພື່ອແບ່ງປັນຄວາມຫຍຸ້ງຍາກກັບປະຊາຊົນແຂວງສະຫວັນນະເຂດ ແລະ ບັນດາແຂວງພາກກາງຂອງລາວ ທີ່ກຳລັງປະສົບຜົນຮ້າຍຍ້ອນໄພນ້ຳຖ້ວມ, ບັນດາບຸກຄົນ ແລະ ອົງການຈັດຕັ້ງຕ່າງໆໃນລາວ ໄດ້ຮຽກຮ້ອງການບໍລິຈາກ, ຊ່ວຍເຫຼືອປະຊາຊົນແຂວງສະຫວັນນະເຂດ ແລະ ບັນດາແຂວງພາກກາງຂອງລາວ ເພື່ອຜ່ານຜ່າຜົນຮ້າຍໄພນໍ້າຖ້ວມ, ກັບຄືນຊີວິດສະຖຽນລະພາບ.
ຕອນເຊົ້າວັນທີ 24 ຕຸລາ, ຢູ່ນະຄອນຫຼວງພະນົມເປັນ, ບໍລິສັດບິ່ງຕຽນ ຈຳກັດ (BITI’S) ໄດ້ເປີດຮ້ານຄ້າແນະນໍາ ແລະຂາຍຜະລິດຕະພັນຕື່ມອີກຮ້ານໜຶ່ງ ຢູ່ລາຊະອານາຈັກກໍາປູເຈຍ. ທ່ານ ຫວູກວາງມີງ ເອກອັກຄະລັດຖະທູດຫວຽດນາມ ປະຈໍາ ກໍາປູເຈຍ ພ້ອມກັບຜູ້ຕາງໜ້າອຳນາດການປົກຄອງ ແລະວິສາຫະກິດໃນບໍລິເວນໄດ້ເຂົ້າຮ່ວມເຫດການດັ່ງກ່າວ.
ຍສໝ - ຕອນບ່າຍວັນທີ 12 ພະຈິກ, ທ່ານເອກອັກຄະລັດຖະທູດ ສສ.ຫວຽດນາມ ປະຈຳ ລາວ ຫງວຽນປ້າຫູ່ງ ໄດ້ນຳໜ້າ ຄະນະຜູ້ຕາງໜ້າສະຖານທູດ ຫວຽດນາມ ປະຈຳລາວ ແລະ ບັນດາອົງການຂອງຫວຽດນາມນອກຈາກສະຖານທູດ ໄດ້ມີການພົບປະກັບທ່ານ ຄຳຟ່ອຍ ບູດດາວຽງ, ເລຂາ, ເຈົ້າແຂວງເຊກອງ ທີ່ ສຳນັກງານລັດຖະບານແຂວງ. ເຂົ້າຮ່ວມມີຜູ້ຕາງໜ້າສະຖານກົງສຸນໃຫຍ່ຫວຽດນາມ ປະຈຳນະຄອນປາກເຊ, ລາວ.
ຍສໝ - ຕອນເຊົ້າວັນທີ 8 ຕຸລາ ຢູ່ ຮ່າໂນ້ຍ, ໄຂງານຕະຫຼາດນັດສາກົນສິນຄ້າອຸດສາຫະກຳ ຫວຽດນາມ 2019. ງານຕະຫຼາດນັດສາກົນ ສິນຄ້າ ອຸດສາຫະກຳ ຫວຽດນາມ 2019 ແມ່ນການເຄື່ອນໄຫວສົ່ງເສີມການລົງທຶນ ແລະ ການຄ້າ ປະຈຳປີສະເພາະກ່ຽວກັບເຄື່ອງຈັກ ແລະ ອຸປະກອນອຸດສາຫະກຳ ໄດ້ຈັດຕັ້ງດ້ວຍຂອບຂະໜາດໃຫຍ່.