ຫວຽດນາມ ເພີ່ມທະວີການປະສານສົມທົບກັບວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ ປີ ເອເປັກ (APEC) 2027
ຍສໝ - ວັນທີ 6/5, ຢູ່ ຮ່າໂນ້ຍ, ທ່ານນາງຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຮັ່ງ (Nguyễn Minh Hằng) ໄດ້ຕ້ອນຮັບຄະນະວິສາຫະກິດ ສະຫະລັດ ອາເມລິກາ ໂດຍແມ່ນທ່ານ John Goyer, ຜູ້ອຳນວຍການບໍລິຫານພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ສະພາການຄ້າ ສະຫະລັດ ອາເມລິກາ (USCC) ເປັນຫົວໜ້າຄະນະ ແນໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ - ການຄ້າ ແລະ ເພີ່ມທະວີການປະສານສົມທົບຂອງປະຊາຄົມວິສາຫະກິດ ສະຫະລັດ ອາເມລິກາ ເພື່ອຫັນກຽມໃຫ້ແກ່ການທີ່ ຫວຽດນາມ ຮັບບົດບາດເປັນເຈົ້າພາບ ປີ ເອເປັກ (APEC) 2027.