ລັດ New South Wales (ອົດສະຕາລີ) ພ້ອມແລ້ວທີ່ຈະຕ້ອນຮັບວິສາຫະກິດ ຫວຽດນາມ
ຍສໝ - ຕາມສຳນັກຂ່າວສານຫວຽດນາມປະຈຳ Sydney, ໃນຂອບເຂດການຢ້ຽມຢາມນິວຊີແລນ ແລະ ອົດສະຕາລີ ໄດ້ດຳເນີນໄປແຕ່ວັນທີ 6 – 15 ຕຸລາ ຂອງຄະນະຜູ້ແທນນະຄອນຮ່າໂນ້ຍ ໂດຍທ່ານຮອງເລຂາຄະນະພັກນະຄອນ ຫງວຽນວັນຟອງ ນຳໜ້າໃນຕອນເຊົ້າວັນທີ ວັນທີ 11 ຕຸລານີ້, ຄະນະຜູ້ແທນໄດ້ມີການພົບປະເຈລະຈາກັບທ່ານນາງ Katie Knight, ຜູ້ອຳນວຍການໃຫຍ່ອົງການລົງທຶນແຫ່ງລັດ New South Wales, ກະຊວງການລົງທຶນ, ການຄ້າ ແລະ ວິສາຫະກິດອົດສະຕາລີ ແລະ ການນຳບັນດາອົງການວິຊາສະເພາະຂອງລັດ.