ປຸກລຸກຄຸນຄ່າຂອງວັນໝຽວກວັກຕື່ຢ໊າມໃນນະຄອນຫຼວງຮ່າໂນ້ຍ

ປຸກລຸກຄຸນຄ່າຂອງວັນໝຽວກວັກຕື່ຢ໊າມໃນນະຄອນຫຼວງຮ່າໂນ້ຍ

ໂດຍໄດ້ຮັບການສ້າງຕັ້ງຂຶ້ນນັບແຕ່ສະຕະວັດທີ XI, ວັນໝຽວກວັກຕື່ຢ໊າມເຊິ່ງແມ່ນມະຫາວິທະຍາໄລແຫ່ງທຳອິດໃນສະໄໝສັກດີນາຢູ່ຮ່າໂນ້ຍຍັງຄົງແມ່ນສະຖານທີ່ເຊີດຊູຈິດໃຈມັກການຮ່ຳຮຽນ. ເພື່ອປຸກລຸກຄຸນຄ່າວັດທະນະທຳພິເສດນີ້ເວົ້າສະເພາະແລະມໍລະດົກວັດທະນະທຳເວົ້າລວມ, ບັນດາຜູ້ເຮັດວຽກງານຄຸ້ມຄອງຄົ້ນຄວ້າຜູ້ມີຄວາມກະຕືລືລົ້ນກັບມໍລະດົກວັດທະນະທຳຂອງປະເທດຊາດໄດ້ແລະພວມມານະພະຍາຍາມ ເພື່ອນຳ ວັນໝຽວກວັກຕື່ຢ໊າມກາຍເປັນສູນວັດທະນະທຳສົມກັບຄຸນຄ່າປະຫວັດສາດອັນຫຼັກແຫຼ່ງເຊິ່ງປູ່ຍ່າຕາຍາຍໄດ້ສ້າງຂຶ້ນຢູ່ແຫ່ງນີ້