ທ່ານທູດຫວຽດນາມ ເຂົ້າອວຍພອນ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ
ຍສໝ - ອີງຕາມການລາຍງານຂອງສຳນັກຂ່າວ ຫວຽດນາມ ປະຈຳ ວຽງຈັນ, ວັນທີ 20 ມີນາ, ຄະນະຜູ້ແທນ ສະຖານທູດຫວຽດນາມ ປະຈຳລາວ ໂດຍ ທ່ານເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ຫງວ໋ຽນ ບາຮູ່ງ ເປັນຜູ້ນຳພາຄະນະ ໄດ້ເຂົ້າອວຍພອນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 64 ປີ (22/3/1955 - 22/3/2019). ຢູ່ ສຳນັກງານ ຄະນະພົວພັນຕ່າງປະເທດ ສູນກາງພັກປະຊາຊົນປະຕິວັດລາວ ຢູ່ນະຄອນຫຼວງວຽງຈັນ.