ການນຳພັກ, ລັດ ເຂົ້າວາງພວງມາລາ ແລະ ໄປຖະຫວາຍທູບທຽນ ປະທານ ໂຮ່ຈີມິນ ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ ຄົບຮອບ 51 ປີ (30/4/1975 - 30/4/2026), ໃນຕອນເຊົ້າວັນທີ 28 ເມສາ, ຄະນະຜູ້ແທນຄະນະບໍລິຫານງານສູນກາງພັກ, ປະທານປະເທດ, ສະພາແຫ່ງຊາດ, ລັດຖະບານ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ເຂົ້າວາງພວງມາລາ, ໄປຖະຫວາຍທູບທຽນປະທານ ໂຮ່ຈີມິມ, ອາໄລຫາບັນດານັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ອະນຸສາວະລີນັກຮົບວິລະຊົນທີ່ເສຍສະລະຊີວິດເພື່ອຊາດ ຢູ່ຖະໜົນ ບັກເຊີນ.