ຍສໝ - ວັນທີ 25 ກັນຍານີ້, ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍໄດ້ອອກແຜນການສະບັບເລກທີ 260/KH-UBND ກ່ຽວກັບການສົມທົບກັນຈັດຕັ້ງ “ວັນວັດທະນະທຳໂລກຢູ່ຮ່າໂນ້ຍ” ຄັ້ງທຳອິດ. ນີ້ແມ່ນເຫດການວັດທະນະທຳການທູດລະດັບສາກົນ, ມຸ່ງໄປເຖິ່ງສ້າງການເຄື່ອນໄຫວປະຈຳປີ, ຢືນຢັນບົດບາດຂອງຮ່າໂນ້ຍ ແມ່ນສູນກາງແລກປ່ຽນວັດທະນະທຳສາກົນ.
ຍສໝ - ວັນທີ 31 ມີນານີ້, ຢູ່ຮ່າໂນ້ຍ, ສະຖານທູດລາຊະອານາຈັກ ອາຣັບ ເຊົາດີ ໄດ້ເປັນປະທານ, ສົມທົບກັບສະຖານທູດຂອງບັນດາປະເທດອາຣັບ ແລະ ອິດສະລາມປະຈຳ ຫວຽດນາມ ເຊັ່ນ: ຄູເວດ, ປາແລັດສະຕິນ, ລີບີ, ບັງກະລາເທດ, ປາກິດສະຖານ, ຄາຊັກສະຖານ, ບຣູໄນ, ມາເລເຊຍ, ອີຣານ... ເພື່ອຈັດຕັ້ງພິທີ Eid al-Fitr.
ຍສໝ - ວັນບຸນທ່ອງທ່ຽວວັດທະນະທຳ ເຊີນລາ - ຫົວພັນ 2024 ຈະໄດ້ຈັດຂຶ້ນແຕ່ວັນທີ 21 ຫາ ວັນທີ 23 ມີນາ, ຢູ່ແຂວງ ຫົວພັນ, ສປປ ລາວ ດ້ວຍຫຼາຍການເຄື່ອນໄຫວທ່ອງທ່ຽວ, ວັດທະນະທຳທີ່ເປັນເອກະລັກພິເສດ. ນີ້ແມ່ນເຫດການວັດທະນະທຳ, ທ່ອງທ່ຽວທີ່ມີຄວາມໝາຍສຳຄັນ, ປະກອບສ່ວນເພີ່ມທະວີຄວາມສາມັກຄີມິດຕະພາບແບບພິເສດ ຫວຽດນາມ - ລາວ, ເຊີນລາ - ຫົວພັນ.
ຍສໝ - ການຕັກນ້ຳບໍ່ພຽງແຕ່ແມ່ນພິທີກຳທີ່ສຳຄັນໃນໂອກາດບຸນປີໃໝ່ປະຈຳຊາດຂອງປະຊາຊົນກຳປູເຈຍ, ລາວ, ມຽນມາ, ໄທເທົ່ານັ້ນ, ຫາກຍັງປະກອບສ່ວນສ້າງເອກະລັກຂອງປະຊາຄົມອາຊຽນ, ຊ່ວຍໃຫ້ປະຊາຊົນຢູ່ປະເທດຕ່າງໆມີຄວາມເຂົ້າໃຈຮ່ວມກັນ.
ຍສໝ-ວັນທີ 21 ສິງຫາ, ທີ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໄດ້ຈັດຕັ້ງວັນບຸນນັກຮົບດອກຝາງແດງປີ 2022.
ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ” ຈະດຳເນີນຢູ່ບ້ານວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ ໃນລະຫວ່າງວັນທີ 12-13 ກຸມພາ.
ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ” ປີ 2022 ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຈັດຕັ້ງ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີຊົນຊາດຢູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).
ວັນບຸນໄດ້ວາບພາບຄວາມງາມທາງດ້ານວັດທະນະທຳ, ປະຫວັດສາດ ແລະ ການດຳລົງຊີວິດຂອງປະຊາຊົນເຜົ່າ ມົ້ງ ໃນທົ່ວທຸກເຂດພາກຂອງປະເທດຊາດ.
ຕອນເຊົ້າວັນທີ 15 ພະຈິກ, ຢູ່ຕາແສງ ເຕີນເຮີບ, ເມືອງ ວັນອຽນ, ແຂວງ ອຽນບາຍ ໄດ້ຈັດພິທີຕ້ອນຮັບໃບຢັ້ງຢືນຕາແສງບັນລຸມາດຖານຊົນນະບົດໃໝ່ ແລະ ວັນບຸນມະຫາສາມັກຄີທົ່ວປະວງຊົນທັງຊາດ ປີ 2021.