ຊາວຫວຽດນາມ ອາໄສຢູ່ຕ່າງປະເທດ 70 ຄົນ ໄປຢ້ຽມຢາມ ເຈື່ອງຊາ, ເຮືອນຍາມ DK-I ເນື່ອງໃນໂອກາດວັນທີ 30 ເມສາ
ຍສໝ - ເນື່ອງໃນໂອກາດສະເຫຼີມສະຫຼອງ 49 ປີແຫ່ງວັນທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2024) ແລະ ປົດປ່ອຍໝູ່ເກາະ ເຈື່ອງຊາ (29 ເມສາ 1975), ຄົບຮອບ 69 ປີແຫ່ງວັນສ້າງຕັ້ງກອງທັບເຮືອປະຊາຊົນຫວຽດນາມ (7 ພຶດສະພາ 1955), ຄະນະກຳມະການແຫ່ງລັດກ່ຽວກັບຊາວຫວຽດນາມ ອາໄສຢູ່ຕ່າງປະເທດ - ກະຊວງການຕ່າງປະເທດ ຫວຽດນາມ ສົມທົບກັບກອງບັນຊາການທະຫານເຮືອ ໄດ້ຈັດຕັ້ງຄະນະຜູ້ແທນຊາວຫວຽດນາມ ອາໄສຢູ່ຕ່າງປະເທດໄປຢ້ຽມຢາມ, ລະດົມກຳລັງໃຈໃຫ້ພະນັກງານ, ນັກຮົບ ແລະ ປະຊາຊົນເມືອງເກາະ ເຈື່ອງຊາ ແລະ ເຮືອນຍາມ DK-I ໃນຂອບເຂດຄະນະປະຕິບັດງານ ເລກທີ 11.