ຫວຽດນາມ ຮຽກຮ້ອງ ໄທ ແລະ ກຳປູເຈຍແກ້ໄຂຄວາມຂັດແຍ່ງກັນດ້ວຍວິທີສັນຕິພາບ
ຍສໝ - ຕໍ່ໜ້າການປະທະກັນທີ່ເພີ່ມຂຶ້ນຢູ່ເຂດຊາຍແດນໄທ - ກຳປູເຈຍ, ວັນທີ 24 ກໍລະກົດ, ທ່ານນາງ ໂຄສົກກະຊວງການຕ່າງປະເທດ ຟ້າມທູຮັ່ງ ເນັ້ນໜັກວ່າ ຫວຽດນາມ ໄດ້ສະແດງຄວາມວິຕົກກັງວົນ ແລະ ຮຽກຮ້ອງໃຫ້ສອງຝ່າຍຈົ່ງອົດກັ້ນ, ບໍ່ໃຊ້ກຳລັງ, ແກ້ໄຂການພິພາດດ້ວຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ ແລະ ຈິດໃຈສາມັກຄີອາຊຽນ.