ຍສໝ - ທ່ານ Satvinder Singh ຮອງເລຂາທິການໃຫຍ່ປະຊາຄົມເສດຖະກິດ ອາຊຽນ (AEC) ໃຫ້ຮູ້ວ່າ: ອາຊຽນ ພວມກ້າວໄປສູ່ການກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030 ຈາກອັນດັບທີ 5 ໃນປະຈຸບັນ, ດ້ວຍສະພາບແວດລ້ອມດ້ານເສດຖະກິດມະຫາພາກທີ່ກ້າວໜ້າ ແລະ ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ USD ໃນປີ 2023 ເມື່ອທຽບໃສ່ 2.500 ຕື້ USD ໃນປີ 2015.
ຍສໝ - ວົງເງິນການຄ້າ ຫວຽດນາມ-ລາວ ໃນເດືອນມັງກອນປີນີ້ ໄດ້ເພີ່ມຂຶ້ນຢ່າງແຮງ, ຮອດ 75,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ບັນລຸໄດ້ 174,4 ລ້ານ ; ໃນນັ້ນ, ການສົ່ງອອກຂອງ ຫວຽດນາມ ໄປ ລາວ ບັນລຸໄດ້ 56,8 ລ້ານ USD.
ຍສໝ - ຕອນບ່າຍວັນທີ 22 ພະຈິກ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ໂດະຮູ່ງຫວຽດ ໄດ້ຕ້ອນຮັບທ່ານ Saj U. Mendis ເອກອັກຄະລັດຖະທູດ ສີລັງກາ ປະຈຳ ຫວຽດນາມ.
ຍສໝ - ຕອນເຊົ້າວັນທີ 30 ຕຸລາ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນລືວກວາງ ໃຫ້ຮູ້ວ່າ: ໃນສະພາບການເມືອງ ແລະ ຄວາມໝັ້ນຄົງຂອງໂລກທີ່ສັບສົນ ແລະ ສະພາບເສດຖະກິດໂລກປະສົບກັບຄວາມຫຍຸ້ງຍາກ, ການພົວພັນ ຫວຽດນາມ - ອາເມລິກາ ຍັງຄົງພັດທະນາຢ່າງບໍ່ຢຸດຢັ້ງ.
ຍສໝ - ຕອນບ່າຍວັນທີ 23 ມິຖຸນາ 2023, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ທີ່ພວມຢ້ຽມຢາມທາງລັດຖະກິດຢູ່ ຫວຽດນາມ ແຕ່ວັນທີ 22 – 24 ມິຖຸນາ 2023.
ຍສໝ - ອັດຕາການເຕີບໂຕຂອງວົງເງິນການຄ້າປະເພດຫັດຖະກຳຂອງຫວຽດນາມ ສະເລ່ຍ 9,5%/ປີ, ປະຈຸບັນບັນລຸ 2,2 ຕື້ USD/ປີ; ຕະຫຼາດອາເມລິກາກວມເອົາ 35% ຍອດມູນຄ່າການສົ່ງອອກຂອງຫວຽດນາມ ໃນບັນດາລາຍການດັ່ງກ່າວ.
ຍສໝ - ພາຍຫຼັງ 1 ປີ, ສັນຍາການຄ້າເສລີ ຫວຽດນາມ - ອັງກິດ (UKVFTA) ໄດ້ມີຜົນສັກສິດຊົ່ວຄາວ (ແຕ່ວັນທີ 1 ມັງກອນ 2021) ແລະ ມີຜົນສັກສິດຢ່າງເປັນທາງການໃນເວລາ 7 ເດືອນ (ແຕ່ວັນທີ 1 ພຶດສະພາ 2021), ວົງເງິນສົ່ງອອກຂອງ ຫວຽດນາມ ໄປ ອັງກິດ ໃນປີ 2021 ໄດ້ຮັບໝາກຜົນດີ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ປີ 2020...
ຍສໝ - ຕາມສະຖິຕິເບື້ອງຕົ້ນ, ຄາດວ່າການສົ່ງອອກໃນເດືອນທັນວາ ປີ 2021 ຈະບັນລຸປະມານ 33,5 ຕື້ USD, ເພີ່ມຂຶ້ນກວ່າ 21% ເມື່ອທຽບໃສ່ໄລຍະດຽວກັນ. ໃນຕະຫຼອດປີ 2021, ວົງເງິນສົ່ງອອກຂອງປະເທດບັນລຸກວ່າ 335 ຕື້ USD.
ຄາດວ່າ, ວົງເງິນການຄ້າ ຫວຽດນາມ - ລາວ ໃນທັງປີ 2021 ຈະບັນລຸປະມານ 1,3 ຕື້ USD.
ຍສໝ - ວັນທີ 16 ກັນຍາ, ຈີນ ໄດ້ຍື່ນໃບຄໍາຮ້ອງ ເພື່ອເຂົ້າຮ່ວມສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມປາຊີຟິກ (CPTPP) ຢ່າງເປັນທາງການ. ຖ້າໄດ້ຮັບການອະນຸມັດ, ຈີນຈະກາຍເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດ CPTPP ແລະ ຈະມີຜົນກະທົບບໍ່ໜ້ອຍຕໍ່ການພົວພັນການຄ້າຫວຽດນາມ-ຈີນ.
ຍສໝ - ສະເພາະໃນເດືອນພຶດສະພາ 2021, ວົງເງິນການຄ້າສອງສົ້ນຫວຽດນາມ-ລາວ ບັນລຸກວ່າ 113 ລ້ານໂດລາສະຫະລັດ, ເມື່ອທຽບໃສ່ໄລຍະດຽວກັນແມ່ນເພີ່ມຂຶ້ນແຮງພໍສົມຄວນ 56,7%.
ຍສໝ - ທ່ານເອກອັກຄະລັດຖະທູດ ຫງວຽນໂຮ່ງແທັ້ກ ແລະ ທ່ານຮອງລັດຖະມົນຕີ Taras Kachka ມີຄວາມເຊື່ອໝັ້ນຕໍ່ອະນາຄົດໃນແງ່ດີຫຼາຍ ກ່ຽວກັບແງ່ຫວັງຂອງການຮ່ວມມືດ້ານເສດຖະກິດ - ການຄ້າລະຫວ່າງສອງປະເທດ, ແລະ ເຫັນດີຈະຮ່ວມກັນເພີ່ມທະວີການແລກປ່ຽນສິນຄ້າຂອງສອງປະເທດໄດ້ບັນລຸ ຂຶ້ນເປັນ 1 ຕື້ໂດລາ.
ກະຊວງການຕ່າງປະເທດຫວຽດນາມໃຫ້ຮູ້ວ່າ, ຕອນເຊົ້າວັນທີ 6 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບ ທ່ານນາຍົກລັດຖະມົນຕີໄທ ປຣະຍຸດຈັນໂອຊາ ເພື່ອປຶກສາຫາລືການຮ່ວມມືສອງຝ່າຍຫວຽດນາມ - ໄທ ແລະ ການຮ່ວມມືໃນພາກພື້ນ ກ່ອນກອງປະຊຸມສຸດຍອດອາຊຽນ 37.
ຍສໝ - ປະຈຸບັນ, ຫວຽດນາມ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ 16 ຂອງນິວຊີແລນ, ໃນນັ້ນຫວຽດນາມແມ່ນປະເທດສົ່ງອອກໃຫຍ່ອັນດັບທີ 15 ເຂົ້າທ້ອງຕະຫລາດນີ້ ແລະ ເປັນປະເທດນຳເຂົ້າໃຫຍ່ອັນດັບທີ 18 ຂອງນິວຊີແລນ.
ຍສໝ - ປີຜ່ານມາ, ການຄ້າ ແລະການລົງທຶນບັນລຸຜົນງານພົ້ນເດັ່ນທີ່ສຸດໃນການຮ່ວມມືສອງປະເທດ ດ້ວຍຈໍານວນໂຄງການລົງທຶນຂອງຫວຽດນາມ ຢູ່ລາວ ເພີ່ມຂຶ້ນ ແລະແມ່ນປະເທດຢືນອັນດັບທີ 3 ດ້ວຍເງິນລົງທຶນທັງໝົດເຂົ້າລາວ ບັນລຸກວ່າ 5 ຕື້ໂດລາສະຫະລັດ.