ອາເຈນຕິນາ ມອບຢາວັກຊີນຕ້ານໂຄວິດ-19 ເປັນມູນຄ່າກວ່າ 2 ລ້ານໂດລາສະຫະລັດ ໃຫ້ຫວຽດນາມ
ຍສໝ - ຫວ່າງແລ້ວນີ້, ທ່ານ ເຈີ່ນວັນທ໋ວນ - ຮອງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໄດ້ຮັບເອົາວັກຊີນກັນໂຄວິດ-19 AstraZeneca ຈຳນວນ 500.000 ໂດສ ຈາກລັດຖະບານອາເຈນຕິນາ ມອບໃຫ້ແກ່ລັດຖະບານຫວຽດນາມ ເພື່ອປ້ອງກັນ, ຄວບຄຸມພະຍາດໂຄວິດ-19, ດ້ວຍມູນຄ່າກວ່າ 2 ລ້ານໂດລາສະຫະລັດ.