ຫວຽດນາມ ຢາກປະກອບສ່ວນເຂົ້າໃນການສັກວັກຊິນກັນໂຄວິດ-19 ໃນທົ່ວໂລກ
ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ.
ຫວຽດນາມ ໄດ້ດຳເນີນບັ້ນສັກວັກຊິນຄັ້ງໃຫຍ່ທີ່ສຸດໃນປະຫວັດສາດ. ມີວັກຊິນກວ່າ 190 ລ້ານໂດສ ທີ່ໄດ້ສັກໃຫ້ 97% ພົນລະເມືອງທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ເກືອບ 90% ແມ່ນສັກໃຫ້ເດັກທີ່ມີອາຍຸຫຼາຍກວ່າ 12 ປີ.
ຍສໝ - ໄລ່ຮອດຈຸດເວລານີ້, ຄະນະຄຸ້ມຄອງກອງທຶນວັກຊິນກັນໂຄວິດ - 19 ໄດ້ຈ່າຍເງິນເປັນຈຳນວນ 7.671,5 ຕື້ດົ່ງ ຈາກກອງທຶນ ໃນນັ້ນຊື້ວັກຊິນ 7.666,9 ຕື້ດົ່ງ, ຈ່າຍເງິນຄົ້ນຄ້ວາ, ທົດລອງວັກຊິນ 4,6 ຕື້ດົ່ງ ແລະ ຍັງເຫຼືອ 1.137,45 ຕື້ດົ່ງ.
ຍສໝ - ເມື່ອບໍ່ດົນມານີ້, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ໂດຊວັນຕວຽນ ໄດ້ຕາງໜ້າ ກະຊວງສາທາລະນະສຸກ ຕ້ອນຮັບວັກຊິນກັນໂຄວິດ - 19 AstraZeneca 50.000 ໂດສ ຂອງ ສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ.
ຍສໝ - ໃນສະພາບການໂລກລະບາດໂຄວິດ - 19 ຍັງມີການຜັນແປຢ່າງສັບສົນ, ຍາກທີ່ຈະຄາດຄະເນລ່ວງໜ້າໄດ້ນັ້ນ, ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະເໜີໃຫ້ AstraZeneca ສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນປີ 2022.
ຍສໝ - ຫວ່າງແລ້ວນິ້ ຢູ່ Budapest, ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຮຸງກາຣີ ຫງວຽນທິບິກຖ໋າວ ໄດ້ຮັບວັກຊິນກັນໂຄວິດ -19 AstraZeneca 60.000 ໂດສ ຂອງລັດຖະບານ ກຣົວຊີ ມອບໃຫ້ ຫວຽດນາມ.
ຍສໝ - ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 110/NQ-CP ກ່ຽວກັບການສັ່ງຊື້ວັກຊິນກັນໂຄວິດ -19 Vero Cell ຂອງກຸ່ມບໍລິສັດ Sinopharm, ປະເທດຈີນ.
ຍສໝ - ກະຊວງສາທາລະນະສຸກ ໄດ້ປະກາດໃຊ້ເອກະສານສົ່ງໄປຍັງພະແນກສາທາລະນະສຸກແຂວງ, ນະຄອນ, ກົມສາທາລະນະສຸກ, ກະຊວງຕຳຫຼວດ, ກົມເສນາຮັກ… ບັນດາໜ່ວຍງານຂຶ້ນກັບກະຊວງສາທາລະນະສຸກ ທີ່ໄດ້ຮັບໜ້າທີ່ສັກວັກຊິນກັນໂຄວິດ - 19 ກ່ຽວກັບເລື່ອງສັກວັກຊິນກັນໂຄວິດ - 19 ໃຫ້ແກ່ແມ່ຍິງຖືພາ.
ຍສໝ - ວັນທີ 20 ກັນຍາ, ລັດຖະບານໄດ້ປະກາດໃຊ້ມະຕິເລກທີ 109/NQ-CP ກ່ຽວກັບການຊື້ວັກຊິນກັນໂຄວິດ - 19 Abdala ໂດຍສູນເຕັກນິກກຳມະພັນແລະເຕັກໂນໂລຢີຊີວະສາດກູບາຜະລິດ.
ຍສໝ - ຮ່າໂນ້ຍໄດ້ຮັບການແຈກຢາຍວັກຊິນກັນໂຄວິດ - 19 1,3 ລ້ານໂດສ ໃນຈຳນວນວັກຊິນກັນໂຄວິດ - 19 Vero Cell 8 ລ້ານໂດສ ໂດຍບໍລິສັດຫຸ້ນສ່ວນໜູນຊ່ວຍ ກຸ່ມບໍລິສັດ ວ້ານທິງຟາດ ອຸປະຖຳ ໃຫ້ສູນຄວບຄຸມໂລກລະບາດໂຄວິດ - 19 ຈາກບັນດາແຂວງ, ນະຄອນ.
ຍສໝ - ຄາດວ່າໃນເດືອນກັນຍາ ແລະ ເດືອນຕຸລາ ປີ 2021, ຫວຽດນາມ ຈະມີວັກຊິນຕື່ມອີກ 30 ລ້ານໂດສ. ໄລ່ສະເພາະໃນເດືອນກັນຍາ 2021 ຈະມີວັກຊິນຕື່ມອີກ 16 – 17 ລ້ານໂດສ ສົ່ງມາຮອດຫວຽດນາມ ຈາກບັນດາແຫຼ່ງສະໜອງທີ່ແຕກຕ່າງກັນ...
ຍສໝ - ຕອນເຊົ້າວັນທີ 15 ສິງຫາ ເລື່ອງສັກທົດລອງວັກຊິນກັນໂຄວິດ - 19 ໄລຍະທີ 1 ໂດຍມະຫາວິທະຍາໄລແພດສາດ ຮ່າໂນ້ຍ ໄດ້ດຳເນີນດ້ວຍການເຂົ້າຮ່ວມຂອງຜູ້ອາສາສະໝັກ 100 ຄົນຢູ່ ຮ່າໂນ້ຍ.
ຍສໝ - CEO 90 ຄົນຂອງບັນດາບໍລິສັດແຖວໜ້າຂອງ ອາເມລິກາ ໄດ້ສະເໜີແນະຕໍ່ ທ່ານປະທານາທິບໍດີ ອາເມລິກາ Joe Biden ເພີ່ມຄວາມໄວໃນການໜູນຊ່ວຍວັກຊິນກັນໂຄວິດ - 19 ໃຫ້ແກ່ ຫວຽດນາມ.
ຍສໝ - ຕາມທ່ານ ເຢືອງແອັງດຶກ ຮອງປະທານຄະນະກຳມະການປະຊາຊົນະຄອນໂຮ່ຈີມິນ ແລ້ວ, ໜ່ວຍງານນຳເຂົ້າໄດ້ສົ່ງເອກະສານເພື່ອໃຫ້ກະຊວງສາທາລະນະສຸກພິຈາລະນາ ແລະ ອະນຸມັດ ວັກຊິນ Sinopharm 1 ລ້ານໂດສ ໂດຍນັກອຸປະຖຳໄດ້ໃຫ້ການສະໜັບສະໜູນນະຄອນໃນວັນທີ 31 ກໍລະກົດ. ພາຍຫຼັງໄດ້ຮັບການພິຈາລະນາ ແລະ ອະນຸມັດ ຈາກກະຊວງສາທາລະນະສຸກ ແລະ ມີເງື່ອນໄຂຢ່າງຄົບຖ້ວນແລ້ວ, ທາງນະຄອນຈະຈັດຕັ້ງການສັກວັກຊິນໂດຍບໍ່ເສຍຄ່າຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນ.
ຍສໝ - ວັນທີ 21 ກໍລະກົດ, ສື່ມວນຊົນລັດເຊຍ ໄດ້ຄັດສະເໜີແຈ້ງການຂອງກອງທຶນລົງທຶນໂດຍກົງ ລັດເຊຍ (RDIF) ໃຫ້ຮູ້ວ່າ: ຫວຽດນາມ ໄດ້ທົດລອງຜະລິດວັກຊິນກັນໂຄວິດ - 19 Spunik -V ງວດທຳອິດ ໂດຍລັດເຊຍ ຄົ້ນຄວ້າພັດທະນາ. ບໍລິສັດ VABIOTECH ຢູ່ຫວຽດນາມ ໄດ້ຢັ້ງຢືນຂໍ້ມູນດັ່ງກ່າວ.
ຍສໝ - ຕອນເຊົ້າວັນທີ 20 ກໍລະກົດ, ຢູ່ບໍລິສັດຂຶ້ນກັບເຂດອຸດສາຫະກຳ VSIP, ສູນສາທາລະນະສຸກຮຶງງວຽນຈັດຕັ້ງການສັກວັກຊິນກັນໂຄວິດ - 19 ເຂັມທີ 1 ໃຫ້ແກ່ຊາວຈີນ.
ຍສໝ - ຕົ້ນເດືອນມິຖຸນາ 2021, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ສະຫະພັນໃຫຍ່ແຮງງານ ຫວຽດນາມ, ກະຊວງຖະແຫຼງຂ່າວ - ການສື່ສານ ໄດ້ສົມທົບກັນຈັດຕັ້ງການລະດົມໂຄງການສົ່ງຂໍ້ຄວາມ “ທົ່ວປວງຊົນສະໜັບສະໜູນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19” ໃນປະຕູຖານຂໍ້ມູນເອເລັກໂຕນິກມະນຸດສະທຳແຫ່ງຊາດ 1408.
ຍສໝ - ວັນທີ 27 ມິຖຸນາ, ມີນັກຂ່າວ ແລະ ຜູ້ຊ່ວຍວຽກງານການສື່ມວນຊົນ ປະມານ 50 ຄົນ ຂອງບັນດາຫ້ອງການສື່ມວນຊົນຕ່າງປະເທດ ປະຈຳ ຫວຽດນາມ ໄດ້ຮັບການສັກວັກຊິນກັນໂຄວິດ - 19 ຢູ່ໂຮງໝໍປອດສູນກາງ (ຮ່າໂນ້ຍ).
ຍສໝ - ທີ່ການຖະແຫຼງຂ່າວນັດສາມັກກະຊວງການຕ່າງປະເທດ ເມື່ອຕອນບ່າຍວັນທີ 24 ມິຖຸນາ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບຂໍ້ມູນໃນການສັກວັກຊິນກັນໂຄວິດ - 19 ໃຫ້ແກ່ຊາວຕ່າງປະເທດ ທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາງ ເລທິທູຮັ່ງ ໂຄສົກກະຊວງການຕ່າງປະເທດ ຫວຽດນາມ ຢັ້ງຢືນວ່າ:
ຍສໝ - ໃນໄລຍະທີ່ຜ່ານມາ, ນອກຈາກບັນດາໂປແກຼມພື້ນຖານຄື VHD, Ncovi, Bluezone,... ຈະມີອີກບາງວິທີການແກ້ໄຂໃໝ່ທີ່ຈະໄດ້ນຳເຂົ້າໃຊ້ນັ້ນແມ່ນ ລະບົບຄຸ້ມຄອງການສັກວັກຊິນກັນໂຄວິດ - 19 ແລະ ໃບຢັ້ງຢືນສັກວັກຊິນກັນໂຄວິດ - 19 ເອເລັກໂຕນິກ. ຂໍ້ມູນຂອງປະຊາຊົນພາຍຫຼັງໄດ້ຮັບການສັກວັກຊິນຈະໄດ້ຮັບການຄຸ້ມຄອງໃນລະບົບ ແລະ ນຳເຂົ້າສຳເນົາເອກະສານສຸຂະພາບເອເລັກໂຕນິກ.
ຍສໝ - ຕູ້ແຊ່ເຢັນ TCW 4000 AC ໂດຍບໍລິສັດ B Medical (Luxembourg) ຜະລິດຕາມມາດຖານເຕັກໂນໂລຢີຂຽວ, ນຳໃຊ້ພະລັງງານໄຟຟ້າໜ້ອຍ ແລະ ເປັນມິດກັບສິ່ງແວດລ້ອມ, ເຊິ່ງສາມາດຮັກສາເງື່ອນໄຂຄວາມເຢັນເພື່ອເກັບຮັກສາວັກຊິນ ຢູ່ໃນອຸນຫະພູມແຕ່ +2 ອົງສາ ຮອດ +8 ອົງສາ, ທັງໃນກໍລະນີໄຟດັບໃນເວລາ 8 ຊົ່ວໂມງ.