ຍສໝ - ຕອນຄ່ຳວັນທີ 15 ກຸມພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການໂອ້ລົມທາງໂທລະດັບກັບທ່ານ Albert Bourla, ປະທານທັງເປັນຜູ້ອຳນວຍການກຸ່ມບໍລິສັດ Pfizer.
ລັດຖະບານ ຫວຽດນາມ ໄດ້ຕົກລົງເຫັນດີຊື້ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 21,9 ລ້ານໂດສ ຈາກ Pfizer ໃຫ້ແກ່ເດັກໃນເກັ່ນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ.
ຍສໝ - ຕອນບ່າຍວັນທີ 28 ພະຈິກ (ຕາມເວລາ ສະວິດ), ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ຂອງອົງການອະນາໄມໂລກ (WHO) ຢູ່ນະຄອນ ເຊີແນວ ແລະ ໄດ້ມີການພົບປະກັບທ່ານຜູ້ອຳນວຍການໃຫຍ່ WHO Tedros Adhanom Ghebreyesus.
ຕອນບ່າຍວັນທີ 16 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໂດະຊວັນຕວຽນ ໄດ້ຕາງໜ້າກະຊວງສາທາລະນະສຸກ ຮັບເອົາວັກຊິນກັນພະຍາດໂຄວິດ - 19 AstraZeneca 50.000 ໂດສ ໂດຍສາທາລະນະລັດ ໂອຕາລິດ ມອບໃຫ້ ຫວຽດນາມ ເປັນຂອງຂວັນ.
ວັນທີ 28 ຕຸລາ, ຫ້ອງວ່າການລັດຖະບານ ໄດ້ປະກາດໃຊ້ ແຈ້ງການບົດສະຫຼຸບຂອງ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຢູ່ກອງປະຊຸມແບບທາງໄກ ກັບບັນດາແຂວງ, ນະຄອນທາງທິດຕາເວັນອອກ ແລະ ທິດຕາເວັນຕົກພາກໃຕ້ ກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ລັດຖະບານ ອົດສະຕາລີ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ໃຫ້ແກ່ ຫວຽດນາມ.
ຍສໝ - ມີບັນດາເພື່ອນມິດ, ຄູ່ຮ່ວມມືສາກົນທີ່ສະໜັບສະໜູນ, ມີຄວາມປາດຖະໜາຢາກຮ່ວມມື ແລະ ຊ່ວຍເຫຼືອ ຫວຽດນາມ ໃນການສຳຜັດກັບວັກຊິນຫຼາຍທີ່ສຸດ...
ຍສໝ - ສູນຄວບຄຸມໂລກລະບາດໂຄວິດ - 19 ນະຄອນໂຮ່ຈີມິນ (HCDC) ໃຫ້ຮູ້ວ່າ ຕອນເຊົ້າວັນທີ 19 ກັນຍາ, ນະຄອນໂຮ່ຈີມິນໄດ້ຮັບວັກຊິນກັນໂຄວິດ - 19 AstraZeneca 54.700 ໂດສ ໂດຍກະຊວງສາທາລະນະສຸກສະໜອງ.
ຍສໝ - ວັນທີ 1 ກັນຍາ, ຜູ້ຕາງໜ້າ AstraZeneca ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ໄດ້ມອບວັກຊິນ 2 ລ້ານໂດສ ໃຫ້ແກ່ VNVC, ອັນໄດ້ຍົກຍອດຈຳນວນວັກຊິນກັນໂຄວິດ - 19 ຂອງ AstraZeneca ໃຫ້ຫວຽດນາມ ຂຶ້ນເຖິງ 10,1 ລ້ານ ໂດສ, ກວມເອົາປະມານ 62% ແຫຼ່ງສະໜອງ ວັກຊິນກັນໂຄວິດ - 19 ໃນທົ່ວປະເທດ.
ກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ບັນດາທ້ອງຖິ່ນ ຕ້ອງຍູ້ໄວຄວາມຄືບໜ້າໃນການສັກວັກຊິນ ຕາມຫຼັກການໄວ ແລະ ມີຄວາມປອດໄພທີ່ສຸດ.
“ເຂົ້າໃຈກ່ຽວກັບວັກຊິນ ເພື່ອຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ” ແມ່ນຫົວຂໍ້ຂອງ ກອງປະຊຸມສຳມະນາທາງອອນລາຍ ທີ່ໄດ້ຈັດຂຶ້ນໃນວັນທີ 1 ສິງຫາ ໂດຍສະມາຄົມນັກຊ່ຽວຊານຊາວຫວຽດນາມ ທົ່ວໂລກ ຈັດຂຶ້ນດ້ວຍຄວາມປາດຖະໜາຢາກຮ່ວມແຮງຮ່ວມໃຈ ພ້ອມກັບປະເທດຊາດ ຍູ້ໂລກລະບາດໂຄວິດ - 19 ໃຫ້ຖອຍໄປ.
ຍສໝ - ນອກຈາກ ວັກຊິນ, ຜູ້ຕາງໜ້າໃຫ້ແກ່ບັນດາວິສາຫະກິດຕ່ຳແຜ່ນຕັດຫຍິບ, ເກີບໜັງ ອາເມລິກາ ກໍ່ຮຽກຮ້ອງໃຫ້ລັດຖະບານ ອາເມລິກາ ມອບອຸປະກອນການວິໄຈຫາເຊື້ອ ແລະ PPE ທີ່ໄດ້ຮັບການມອບສິດນຳໃຊ້ໂດຍດ່ວນຂອງ ອາເມລິກາ (EUA) ອະນຸມັດ.
ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດ ຫວຽດນາມ ແລ້ວ, ວັນທີ 28 ກໍລະກົດ 2021, ລັດຖະບານ ອັງກິດ ໄດ້ປະກາດຈະຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 ຈຳນວນ 415.000 ໂດສ ໃຫ້ແກ່ ຫວຽດນາມ.
ຍສໝ - ຕອນບ່າຍວັນທີ 19 ກໍລະກົດ, ທ່ານດັ້ງດຶກແອງຫົວໜ້າສະຖາບັນອະນາໄພພະຍາດຕິດແປດສູນກາງ, ຫົວໜ້າຄະນະບໍລິຫານງານໂຄງການສັກວັກຊິນເປີດກ້ວາງແຫ່ງຊາດໃຫ້ຮູ້ວ່າໃນອາທິດນີ້ຫວຽດນາມຈະໄດ້ຮັບວັກຊິນກັນໂຄວິດ - 19Moderna 3 ລ້ານໂດສໂດຍລັດຖະບານອາເມລິກາສະໜັບສະໜູນຜ່ານກົນໄກ Covax facility.
ຕອນບ່າຍວັນທີ 8 ກໍລະກົດ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງການຖະແຫຼງຂ່າວນັດສາມັນປະຈຳເດືອນ ກໍລະກົດ ແບບທາງໄກ, ເພື່ອແຈ້ງໃຫ້ຊາບກ່ຽວກັບບັນຫາບັນຫາການຕ່າງປະເທດທີ່ໜ້າສົນໃຈ, ພິເສດ, ບັນຫາຄວາມໝັ້ນຄົງ, ອະທິປະໄຕທະເລໝູ່ເກາະ ກໍຄືບັນດາທັດສະນະຂອງ ຫວຽດນາມ ໃນການຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດໂຄວິດ - 19 ທີ່ພວມແຜ່ລະບາດໃນທົ່ວໂລກ.
ຕອນເຊົ້າວັນທີ 7 ກໍລະກົດ, ຢູ່ສະໜາມບິນສາກົນ ໂນ້ຍບາຍ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໄດ້ຮັບວັກຊິນກັນພະຍາດໂຄວິດ - 19 Commirnaty ຂອງ Pfizer/BioNtech ລວມທັງໝົດ 97.110 ໂດສ. ນີ້ແມ່ນວັກຊິນງວດທຳອິດ ໃນຍອດຈຳນວນວັກຊິນ Pfizer/BioNtech 31 ລ້ານໂດສ ເຊິ່ງ Pfizer ໄດ້ໃຫ້ຄຳໝັ້ນສັນຍາສະໜອງ ໃຫ້ແກ່ ຫວຽດນາມ ໃນປີ 2021.
ຍສໝ - ພາຍຫຼັງການສັກທົດລອງວັກຊິນກັນໂຄວິດ - 19 Nano Covax ຄັ້ງທຳອິດຂອງໄລຍະທີ 3 ໃຫ້ແກ່ຜູ້ອາສາສະໝັກ 1000 ຄົນ, ນັບແຕ່ວັນທີ 2 ກໍລະກົດ ມີຜູ້ອາສາສະໝັກກວ່າ 900 ຄົນ ທຳອິດໄດ້ຮັບການທົດລອງສັກວັກຊິນກັນໂຄວິດ - 19 ຊຶ່ງເປັນວັກຊິນຜະລິດຢູ່ຫວຽດນາມ.
ວັນທີ 22 ມິຖຸນາ, ວິທະຍາຄານການແພດ, ກະຊວງປ້ອງກັນປະເທດຫວຽດນາມ ໃຫ້ຮູ້ວ່າ ບັນດາກົມກອງຄົ້ນຄວ້າ ໄດ້ສຳເລັດການທົດລອງສັກວັກຊິນກັນໂຄວິດ-19 ຈຳນວນ 1000 ເຂັມທຳອິດຂອງວັກຊິນກັນໂຄວິດ-19 Nano Covax.
ຝ່າຍກູບາ ໃຫ້ຮູ້ວ່າ, ວັກຊິນ Abdala ຂອງປະເທດນີ້ ໄດ້ຜ່ານ 3 ໄລຍະທົດລອງສັກຕໍ່ຄົນແລ້ວ ໂດຍສະແດງໃຫ້ເຫັນ ເຖິງຄວາມສາມາດໃນການສະກັດກັ້ນໄວຣັດສາຍພັນໃໝ່ຂອງ SARS – CoV – 2. ເຖິງຢ່າງໃດກໍ່ຕາມ, ວັກຊິນ ນີ້ຍັງບໍ່ທັນໄດ້ຮັບການທົດລອງສັກຕໍ່ຄົນຢູ່ປະເທດໃດໃນໂລກເທື່ອ.
ຍສໝ - ໃນຈຸດເວລາຫຍຸ້ງຍາກທີ່ສຸດ ກໍ່ແມ່ນໂອກາດເພື່ອໃຫ້ປະຊາຊົນແຕ່ລະຄົນສະແດງໃຫ້ເຫັນຈິດໃຈຮັກຊາດ ຄວາມສາມັກຄີ ພ້ອມກັນມີການກະທຳ ແລະ ມີຄວາມຮັບຜິດຊອບເພື່ອ ປະເທດຊາດ ເພື່ອປະຊາຊົນ.