ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ລາຍ​ໄດ້

ສະ​ພາ​ແຫ່ງ​ຊາດ​ຮັບ​ຮອງ​ ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ລາຍ​ໄດ້

ໃນ​ຕອນ​ບ່າຍ​ຂອງວັນ​ທີ 18 ມິ​ຖຸ​ນາ 2019, ​ໃນ​ວາ​ລະ​ດຳ​ເນີນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7 ຂອງ​ສະ​ພາ​ແຫ່ງ​ຊາດ​ ຊຸດ​ທີ XIII ໄດ້​ພິ​ຈາ​ລະ​ນາ ແລະ ຮອງ​ຮັບ​ກົດ​ໝາຍ​ວ່າ​ດ້ວຍ​ອາ​ກອນ​ລາຍ​ໄດ້​ດ້ວຍການ​ເຫັນ​ດີ ​ຈາກ​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ ​ເປັນ​ສ່ວນ​ຫລາຍ, ໂດຍ​ການ​ສະ​ເໜີ​ຂອງ ​ທ່ານ ສົມ​ດີ ດວງ​ດີ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ເງິນ ເພື່ອ​ເປັນ​ບ່ອນ​ອີງ​ທາງ​ດ້ານ​ນິ​ຕິ​ກຳ​ສ​ະ​ເພາະໃນ​ການ​ຄຸ້ມ​ຄອງ ແລະ ເກັບ​ລາຍ​ຮັບໃຫ້​ແກ່​ງົບ​ປະ​ມານ​ແຫ່ງ​ລັດ, ສ້າງ​ເງື່ອນ​ໄຂ​ອຳ​ນວຍ​ຄວາມ​ສະ​ດວກ ໃຫ້​ແກ່​ການ​ພັດ​ທະ​ນາ ເສດ​ຖະ​ກິດ-ສັງ​ຄົມ.