ສ້າງ​ບ່ອນ​ລະຫຼີ້ນ​ໃຫ້​ເດັກ​ນ້ອຍ​ເຂດ​ຫ່າງ​ໄກ​ສອກ​ຫລີກ

ສ້າງ​ບ່ອນ​ລະຫຼີ້ນ​ໃຫ້​ເດັກ​ນ້ອຍ​ເຂດ​ຫ່າງ​ໄກ​ສອກ​ຫລີກ

ບັນດາເດີ່ນລະຫຼີ້ນໄດ້ປະດັບປະດາດ້ວຍສີສັນຫຼາກຫຼາຍ ພ້ອມກັບການຫຼີ້ນທີ່ມີການເຄື່ອນເໜັງຢ່າງຕໍ່ເນື່ອງ ໄດ້ຕັ້ງຢູ່ເດີ່ນຂອງໂຮງຮຽນ ຫຼືເຂດໃຈກາງຂອງບ້ານຕ່າງໆທີ່ຢູ່ເຂດຫ່າງໄກສອກຫຼີກ ພວມຄ່ອຍໆກາຍເປັນຮູບພາບທີ່ລື້ງເຄີຍຢູ່ແຂວງ ດັກລັກ. ຢູ່ທີ່ນີ້, ພວກນ້ອງນ້ອຍສາມາດມາຫຼີ້ນ, ເຄື່ອນໄຫວຮ່າງກາຍ ແລະ ເສີມຂະຫຍາຍນ້ຳໃຈປະດິດຄິດສ້າງຂອງແຕ່ລະຄົນ, ປະກອບສ່ວນເປັນກຳລັງໜູນເພື່ອໃຫ້ພວກນ້ອງໄປໂຮງຮຽນ.