ປັບປຸງລະບຽບ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ລາວ
ກະຊວງແຜນການ ແລະ ການລົງທຶນ (ຜທ) ຈັດກອງປະຊຸມປຶກສາຫາລື ແລະ ຜ່ານແຜນປະຕິບັດງານ ເພື່ອຕິດຕາມການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກປະສານງານໃນການດຳເນີນທຸລະກິດຢູ່ ສປປ ລາວ ຂຶ້ນວັນທີ 22 ສິງຫາ 2019 ຢູ່ໂຮງແຮມຄຣາວພຣາຊາ ໂດຍເປັນປະທານຂອງທ່ານນາງ ຄຳຈັນ ວົງແສນບູນ ຮອງລັດຖະມົນຕີກະຊວງ ຜທ ມີພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.