ການຮ່ວມມື ແລະ ພັດທະນາລະບົບປະກັນສຸຂະພາບຢູ່ຫວຽດນາມໃຫ້ຍືນຍົງ
ຍສໝ - ພາຍໃຕ້ກອບວາລະການຢ້ຽມຢາມຂອງຄະນະການນຳຂັ້ນສູງສະພາທຸລະກິດອາເມລິກາ - ອາຊຽນ (USABC) ຢູ່ຫວຽດນາມຂອງວັນທີ 9 ມີນາ, ອົງການປະກັນສັງຄົມຫວຽດນາມ ແລະ ສະພາທຸລະກິດອາເມລິກາ - ອາຊຽນ ໄດ້ເຊັນບົດບັນທຶກຊ່ວຍຈຳການຮ່ວມມືໃນຂົງເຂດການດຳເນີນນະໂຍບາຍປະກັນສຸຂະພາບ, ບົດບັນທຶກຊ່ວຍຈຳມີຜົນສັກສິດໃນຂອບເຂດ 5 ປີ ນັບແຕ່ວັນທີ່ເຊັນລົງນາມເປັນຕົ້ນໄປ.