ສະໜັບສະໜູນລະບົບນິເວດວິສາຫະກິດສ້າງຜົນສະທ້ອນຢູ່ ຫວຽດນາມ
ຍສໝ - ຕອນເຊົ້າວັນທີ 12 ທັນວາ, ຢູ່ຮ່າໂນ້ຍ, ລາຍການພັດທະນາສະຫະປະຊາຊາດ (UNDP), ກະຊວງແຜນການ ແລະ ການລົງທຶນ ແລະ ສະຖານທູດ ການາດາ ປະຈຳ ຫວຽດນາມ ໄດ້ສົມທົບກັນຈັດຕັ້ງເຫດການ SIB Connect 2023: ປະສົບຜົນສຳເລັດໃນການດຳເນີນທຸລະກິດ, ເພີ່ມທະວີການກະທົບ, ໃນຂອບເຂດຂອງໂຄງການ: “ໜູນຊ່ວຍລະບົບນິເວດວິສາຫະກິດ ເພື່ອສ້າງຜົນສະທ້ອນຢູ່ຫວຽດນາມ ເພື່ອປະເຊີນ Covid-19” (ໂຄງການ ISEE-COVID).