ຍສໝ - ສອດຄ່ອງກັບບັນຍາກາດລະດູບານໃໝ່ຂອງປະເທດຊາດໃນຕົ້ນປີໃໝ່, ໃນວັນທີ 6 ມີນາ, ທີ່ນະຄອນຫຼວງ Dhaka, ສະຖານທູດຫວຽດນາມ ແລະ ຄະນະຕິດຕໍ່ພົວພັນຊຸມຊົນຊາວຫວຽດນາມຢູ່ Bangladesh ໄດ້ຈັດລາຍການ “ລະດູບານໃໝ່ບ້ານເກີດເມືອງນອນ 2026” ຢ່າງຈິງຈັງ, ດ້ວຍການເຂົ້າຮ່ວມຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດບັງກະລາເທດເປັນຈຳນວນຫຼວງຫຼາຍ.
ຍສໝ - ໃນຕົ້ນລະດູບານໃໝ່ຂອງປີມ້າ 2026, ຊາວປະມົງໃນແຂວງດັກລັກ, ແທງຮວ່າ, ກວາງຫງາຍ, ຢາລາຍ ແລະ ແຂວງອື່ນໆ ໄດ້ອອກເດີນທາງພ້ອມໆກັນເພື່ອຕ້ອນຮັບຄວາມອຸດົມສົມບູນຂອງທະເລ. ພ້ອມກັບຄວາມຫວັງກ່ຽວກັບສະພາບອາກາດທີ່ເອື້ອອຳນວຍ ແລະ ການຈັບປາ ແລະ ກຸ້ງໄດ້ຢ່າງຫຼວງຫຼາຍ, ພວກເຂົາກຳລັງຍົກສູງຄວາມຮັບຮູ້ກ່ຽວກັບການບັງຄັບໃຊ້ກົດໝາຍ, ປະຕິເສດຕໍ່ການຫາປາທີ່ຜິດກົດໝາຍ, ບໍ່ໄດ້ລາຍງານ ແລະ ບໍ່ໄດ້ຄວບຄຸມ (IUU), ປະກອບສ່ວນເຂົ້າໃນຄວາມພະຍາຍາມຂອງປະເທດໃນການຍົກເລີກຄຳເຕືອນ "ບັດເຫຼືອງ" ຂອງຄະນະກຳມະການເອີຣົບ.
ຍສໝ - ວັນທີ 1 ມີນາ, ສະຫະພັນບັນດາອົງການມິດຕະພາບ ນະຄອນ ຮ່າໂນ້ຍ ຈະສົມທົບກັບພະແນກການທ່ອງທ່ຽວ ຮ່າໂນ້ຍ ແລະ ຄະນະກຳມະການປະຊາຊົນ ເມືອງ ເມລິງ ຈັດລາຍການທ່ຽວຊົມລະດູບານໃໝ່ມິດຕະພາບ 2025.
ຍສໝ - ລະດູບານໃໝ່ບ້ານເກີດເມືອງນອນແມ່ນເຫດການພິເສດ, ທີ່ປະຊາຊົນທີ່ຢູ່ຫ່າງໄກຈາກບ້ານກັບເມືອປະເທດຊາດ, ເຊື່ອມຕົວເຂົ້າໃນກະແສຂອງປະເທດຊາດ ແລະ ມີຄວາມຮູ້ສຶກຢ່າງເລິກເຊິ່ງເຖິງລົມຫາຍໃຈຂອງບ້ານເກີດເມືອງນອນໃນແຕ່ລະໂນດດົນຕີ ແລະ ສີສັນດອກໄມ້ຂອງບຸນປີໃໝ່. ສຳລັບຊາວຫວຽດນາມ ຢູ່ຕ່າງປະເທດ, ນີ້ບໍ່ພຽງແຕ່ແມ່ນໂອກາດເຕົ້າໂຮມກັນເທົ່ານັ້ນ, ຫາກຍັງແມ່ນຈຸດເວລາເພື່ອເຊື່ອມຕໍ່ຈິດວິນຍານກັບຕົ້ນກຳເນີດ, ເພື່ອຮູ້ສຶກວ່າເຂົາເຈົ້າຂຶ້ນກັບຊຸມຊົນທີ່ໃຫຍ່, ເຂັ້ມແຂງ ແລະ ເຕັມໄປດ້ວຍຮັກແພງ.
ຍສໝ - ຕອນຄ່ຳວັນທີ 7 ກຸມພາ, ຢູ່ສູນວັດທະນະທຳຫວຽດນາມ ຢູ່ນະຄອນຫຼວງ ວຽງຈັນ - ລາວ, ໄດ້ດຳເນີນງານພົບປະແລກປ່ຽນ ແລະ ສະແດງສິລະປະ “ລະດູບານໃໝ່ບ້ານເກີດເມືອງນອນ - ພາສາຫວຽດນາມທີ່ຮັກແພງ”.
ລະດູບານໃໝ່ເຕັມໄປດ້ວຍນໍ້າໃຈໄມຕີຈິດມິດຕະພາບຢູ່ເຂດຊາຍແດນ ຫວຽດນາມ-ລາວ
ຍສໝ - ລາຍການ “ລະດູບານໃໝ່ຢູ່ເສັ້ນຊາຍແດນ ສ້າງຄວາມອົບອຸ່ນໃຈປະຊາຊົນ ບ້ານ” ໃນໂອກາດບຸນປີໃໝ່ປະຈໍາຊາດປີເຖາະ 2023 ເພື່ອເພີ່ມທະວີຄວາມສາມັກຄີທົ່ວປວງຊົນທັງຊາດ, ປັບປຸງຄວາມສາມັກຄີສະໜິດຕິດພັນລະຫວ່າງທະຫານ ແລະ ປະຊາຊົນ; ...
ຍສໝ - ເດືອນມີນາ, ຮ່າໂນ້ຍ ເຂົ້າສູ່ລະດູໃບໄມ້ຫຼົ່ນ ຢູ່ຕາມຖະໜົນຫົນທາງ, ມູມຖະໜົນຫົນທາງ, ທິວທັດສອງຟາກກໍມີສີສັນຫຼາກຫຼາຍ. ຖະໜົນຕ່າງໆຂອງຮ່າໂນ້ຍ ໃນທຸກວັນນີ້ແມ່ນສວຍງາມຢ່າງແປກປະຫລາດໃຈ.
ຍສໝ - ໄປວັດບູຊານົບໄຫວ້ໃນຕົ້ນປີແມ່ນວັດທະນະທຳພື້ນເມືອງທີ່ມີມາແຕ່ດົນນານ, ໄດ້ສ້າງສີສັນວັດທະນະທຳທີ່ຫຼາກຫຼາຍ ແລະ ເຂັ້ມຂົ້ນໄປດ້ວຍສີສັນຊາດຂອງຊາວຫວຽດນາມ. ໃນຊຸມວັນຕົ້ນລະດູບານໃໝ່, ຫຼາຍຄອບຄົວໄປວັດວາອາຮາມເພື່ອພາວະນາໃຫ້ມີຄວາມສະຫງົບສຸກ ແລະໂຊກດີໃນປີໃໝ່.
ບັນດາຄູ່ຜົວເມຍ ເຊິ່ງພວກຂ້າພະເຈົ້າ ໄດ້ພົບຢູ່ເຈື່ອງຊາ ສ່ວນຫຼາຍແມ່ນຢູ່ໃນເກນອາຍຸແຕ່ 30 ເຖິງ 45 ປີ. ເຖິງວ່າ ເຂົາເຈົ້າ ທໍາມາຫາກິນດ້ວຍຫຼາຍອາຊີບທີ່ແຕກຕ່າງກັນກໍ່ຕາມ ແຕ່ ເຂົາເຈົ້າ ກໍ່ມີຈຸດທີ່ຄ້າຍຄືກັນ ນັ້ນແມ່ນຍາມໃດກໍມີຄວາມປະເອີບໃຈ, ຮັກຊີວິດຂອງຕົນ. ໃນຊຸມວັນໃກ້ຈະຮອດບຸນປີໃໝ່ປະຈໍາຊາດ ປີຂານ 2022, ຢູ່ໃນເຮືອນທີ່ອົບອຸ່ນນັ້ນ ຍິ່ງເຕັມໄປດ້ວຍສຽງຫົວແຫ່ງຄວາມຮັກແພງ ແລະເບີກບານມ່ວນຊື່ນ.
ວັນບຸນ “ສີສັນລະດູບານໃໝ່ໃນທົ່ວປະເທດ” ປີ 2022 ໂດຍກະຊວງວັດທະນະທໍາ, ກິລາ ແລະທ່ອງທ່ຽວຈັດຕັ້ງ, ປະກອບສ່ວນເພີ່ມທະວີກຸ່ມກ້ອນມະຫາສາມັກຄີຊົນຊາດຢູ່ບ້ານວັດທະນະທໍາ-ທ່ອງທ່ຽວບັນດາເຜົ່າຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ).
ກໍ່ເຊັ່ນດຽວກັນກັບເຜົ່າອື່ນໆ, ພໍ່ແມ່ພີ່ນ້ອງເຜົ່າສະຟາງຢູ່ບ້ານ ແທ່ນປ່າຕາແສງຊາລົງເມືອງເມື່ອງຈ່າແຂວງ ດ້ຽນບຽນໃນທຸກວັນນີ້ ໄດ້ຕ້ອນຮັບບຸນເຕັດຂອງຕົນພ້ອມກັບບຸນປີໃໝ່ປະຈຳຊາດຫວຽດນາມ.ເຖິງຢ່າງໃດກໍ່ຕາມພໍ່ແມ່ພີ່ນ້ອງກໍ່ຍັງມີບັນດາປະເພນີຕ້ອນຮັບບຸນເຕັດພິເສດສະເພາະເຂັ້ມຂົ້ນໄປດ້ວຍສີສັນວັດທະນະທຳຂອງເຜົ່າຕົນ.
ທ່ານພັນຕີ ດັ້ງວັນຕ໊ວນ ຫົວໜ້າຄ້າຍທະຫານຊາຍແດນ ອາປາຈ໋າຍ (ທະຫານຊາຍແດນແຂວງດ້ຽນບຽນ) ແລະພະນັກງານ, ນັກຮົບ ໄດ້ພ້ອມກັນສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ຢູ່ “ທາງສາມແຍກຊາຍແດນ” ຫວຽດນາມ-ລາວ-ຈີນ ຕື່ມອີກປີໜຶ່ງ. ຢູ່ຫ່າງໄກຈາກຄອບຄົວ, ປະຕິບັດໜ້າທີ່ຢູ່ເຂດທຸລະກັນດານ ສະນັ້ນເລື່ອງຕ້ອນຮັບປີໃໝ່ຂອງພວກອ້າຍກໍ່ພິເສດທີ່ສຸດ...
ຍສໝ - ທີ່ພິທີເປີດສະຫຼອງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ ນຳ ສະພາບແວດລ້ອມດຳລົງຊີວິດຂຽວ - ສະອາດ - ສວຍງາມໃຫ້ແກ່ປະຊາຊົນທົ່ວປະເທດ.