ຄວາມໝາຍ ແລະ ຄວາມສໍາຄັນຂອງຫຼັກການລວມສູນປະຊາທິປະໄຕພາຍໃນພັກ

ຄວາມໝາຍ ແລະ ຄວາມສໍາຄັນຂອງຫຼັກການລວມສູນປະຊາທິປະໄຕພາຍໃນພັກ

ລວມສູນປະຊາທິປະໄຕ ແມ່ນຫຼັກການພື້ນຖານໃນການຈັດຕັ້ງ, ດຳເນີນຊີວິດ ແລະ ເຄື່ອນໄຫວຂອງພັກ. ຊຶ່ງສະແດງເຖິງຄວາມເປັນເອກະພາບແໜ້ນແກ່ນ, ມີການກະທົບກັນສອງດ້ານລວມສູນ ແລະ ປະຊາທິປະໄຕ.ປະຊາທິປະໄຕ ແມ່ນເງື່ອນໄຂ, ແມ່ນເຄົ້າມູນ ຂອງລວມສູນ ກໍຄືລວມສູນພື້ນຖານ, ແມ່ນອັນທີ່ຮັບປະກັນໃຫ້ປະຊາທິປະໄຕໄດ້ຮັບການປະຕິບັດ, ປະຊາທິປະໄຕໃຕ້ການນຳພາຂອງລວມສູນ.