ຫວຽດນາມ ແມ່ນສະຖານທີ່ລ່ອງເຮືອສຳລານດີທີ່ສຸດຢູ່ອາຊີ
ຍສໝ - ເດືອນທັນວາ, World Cruise Awards (WCA) ໄດ້ມອບນາມມະຍົດສະຖານທີ່ລ່ອງເຮືອສຳລານດີທີ່ສຸດຢູ່ອາຊີ 2021 ໃຫ້ຫວຽດນາມ. ໝາກຜົນໂດຍ WCA ຂຶ້ນກັບລາງວັນໂດຍ Word Travel Awards ປະກາດປະຈຳປີ. ປະເທດທີ່່ຄວ້າລາງວັນແມ່ນປະເທດທີ່ໄດ້ຮັບຄະແນນການເລືອກຫຼາຍທີ່ສຸດຈາກບັນດານັກຊ່ຽວຊານແຖວໜ້າໃນຂະແໜງການທ່ອງທ່ຽວ ແລະ ຜູ້ອ່ານໃນທົ່ວໂລກ.