ຈະລົງນາມຂໍ້ຕົກລົງການຄ້າເສລີລົດໃຫຍ່ ລະຫວ່າງປະເທດອາຊຽນ
ກອງປະຊຸມລະດັບລັດຖະມົນຕີເສດຖະກິດອາຊຽນ ຈະຈັດຂື້ນ ໃນເດືອນກັນຍາ ປີນີ້ ແລະ ຄາດວ່າຈະມີການລົງນາມ ຂໍ້ຕົກລົງ 2 ສະບັບຄື: ຂໍ້ຕົກລົງກົນໄກ ການຍອມຮັບ ແລະ ອະນຸມັດຮ່ວມກັນກ່ຽວກັບການສົ່ງອອກລົດໃຫຍ່ລວມໄປເຖິງ ອຸປະກອນ ແລະ ຂໍ້ຕົກລົງກ່ຽວກັບການປັບປຸງກົນໄກແກ້ໄຂຄວາມຂັດແຍ້ງ ເພື່ອສົ່ງເສີມ ແລະ ກະຕຸ້ນການຄ້າ ເສລີລະຫວ່າງປະເທດອາຊຽນ.