ຫວຽດນາມ ແລະ ລັດເຊຍຮັດ ແໜ້ນ ການພົວພັນດ້ານປ້ອງກັນຊາດ ກ່ຽວກັບການເຄືອຂ່າຍອິນເຕີເນັດ
ຍສໝ - ໃນຕອນບ່າຍວັນທີ 6 ສິງຫາ, ທີ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຄຸກດັງຕ໋ວນ, ຜູ້ບັນຊາການເຫຼົ່າຮົບສື່ສານ ໄດ້ຕ້ອນຮັບຄະນະປະຕິບັດງານກົມໃຫຍ່ສື່ສານບັນດາກໍາລັງປະກອບອາວຸດ ສະຫະພັນລັດເຊຍ ໂດຍທ່ານພັນເອກ Bobkov Aleksey Nicolaevich, ຫົວໜ້າກົມພັດທະນາບັນດາລະບົບສື່ສານສັງກັດກົມໃຫຍ່ສື່ສານບັນດາກໍາລັງປະກອບອາວຸດ ສະຫະພັນລັດເຊຍ ນໍາໜ້າ, ມາຢ້ຽມຢາມ ແລະເຮັດວຽກຢູ່ຫວຽດນາມ.