ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ Sydney (ອົດສະຕຣາລີ), ຄະນະປະຕິບັດງານແຂວງ ຢາລາຍ ນຳໂດຍທ່ານ ເຈົ່າຫງອກຕ໋ວນ, ຮອງເລຂາປະຈຳຄະນະພັກແຂວງ ໄດ້ສົມທົບກັບອຳນາດການປົກຄອງລັດ New South Wales ຈັດຕັ້ງເວທີປາໄສການພົວພັນການຄ້າ ແລະ ການລົງທຶນລະຫວ່າງແຂວງ ຢາລາຍ ກັບລັດ New South Wales ຂອງ ອົດສະຕຣາລີ. ການເຄື່ອນໄຫວແມ່ນເພື່ອສົ່ງເສີມການຄ້າ, ໂຄສະນາ ແລະ ແນະນຳບັນດາກາລະໂອກາດລົງທຶນຢູ່ແຂວງ ຢາລາຍ - ໜຶ່ງໃນບັນດາຈຸດພົ້ນເດັ່ນໃໝ່ກ່ຽວກັບການດຶງດູດການລົງທຶນຈາກຕ່າງປະເທດເຂົ້າ ຫວຽດນາມ.
ຍສໝ - ແຕ່ລະເທື່ອເມື່ອມີແຂກມາຢາມເຮືອນ, ທ່ານພັນເອກ ຫງວຽນດຶກແຮ້ງ ປະທານສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍບິ່ງ ໄດ້ນຳໂທລະສັບມາເພື່ອອ້າງລູກຊາຍຮັກ ບຸນແພງ ຫຼ້າທຳສະຖິດ ຂອງຕົນ ເຊິ່ງແມ່ນທ່ານໝໍພວມເຮັດວຽກຢູ່ພະແນກພາຍນອກ ຂອງໂຮງໝໍຫຼາຍຂະແໜງຮ່າໂນ້ຍ - ວຽງຈັນ (ນະຄອນຫຼວງວຽງຈັນ, ລາວ).
ແຂວງ ຢາລາຍ ມີບັນດາທ່າແຮງກ່ຽວກັບຂົງເຂດກະສິກຳເຕັກໂນໂລຊີສູງ, ອຸດສາຫະກຳປຸງແຕ່ງຜະລິດຕະພັນກະສິກຳ, ພະລັງງານຜະລິດຄືນໃໝ່ ແລະ ການທ່ອງທ່ຽວ.
ໂດຍແມ່ນທ້ອງຖິ່ນເຕັມໄປດ້ວຍສີສັນວັດທະນະທຳ ມີມູນເຊື້ອປະຕິວັດ ແລະ ມີທິວທັດທຳມະຊາດສວຍງາມຫຼາຍແຫ່ງ, ເມືອງ ກະບາງ ແຂວງ ຢາລາຍ ແມ່ນແຫ່ງທີ່ມີຄວາມສາມາດບົ່ມຊ້ອນດ້ານການທ່ອງທ່ຽວອັນດັບໜຶ່ງ ໃນເຂດທາງທິດຕາເວັນອອກສຽງເໜືອຂອງແຂວງ ຢາລາຍ. ທີ່ຈິງແລ້ວ ໃນໄລຍະທີ່ຜ່ານມາ ທາງທ້ອງຖິ່ນໄດ້ມີບັນດາແຜນການວິທີການແກ້ໄຂພັດທະນາການທ່ອງທ່ຽວ ເພື່ອຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນທ່າໄດ້ປຽບ. ໃນນັ້ນ ທ່ອງທ່ຽວຊຸມຊົນ ກໍ່ນຳມາເຊິ່ງປະສິດທິຜົນສູງ ຊ່ວຍໜູນຢ່າງໄດ້ການໄດ້ງານ ເພື່ອໃຫ້ທ້ອງຖິ່ນໂຄສະນາອະນຸລັກຄວາມງາມດ້ານວັດທະນະທຳພື້ນເມືອງຂອງຊາວເຜົ່າ ບານາ ຢູ່ທ້ອງຖິ່ນ
ໂດຍຕັ້ງຢູ່ເຂດໄຕງວຽນ, ແຂວງ ຢາລາຍ ປະຈຸບັນ ມີ 44 ຊົນເຜົ່າສ່ວນຫນ້ອຍດຳລົງຊີວິດຮ່ວມກັນ, ໃນນັ້ນ ມີ 43 ຊົນເຜົ່າສ່ວນຫນ້ອຍ ດ້ວຍພົນລະເມືອງປະມານ 700.000 ຄົນ, ກວມເອົາເກືອບເຄິ່ງຫນຶ່ງພົນລະເມືອງຂອງທົ່ວແຂວງ. ໃນຊຸມປີຜ່ານມາ, ຍ້ອນມີການປະກອບສ່ວນຂອງຜູ້ມີອິດທິພົນຊື່ສຽງໃນວົງຄະນາຍາດຊົນເຜົ່າສ່ວນຫນ້ອຍ, ແຂວງ ຢາລາຍ ສາມາດບັນລຸໄດ້ບັນດາຜົນງານເປັນຫນ້າຊື່ນຊົມໃນທຸກຂົງເຂດ.
ຍສໝ - ປໄລ ເມີ ໜູ ແມ່ນໝູ່ບ້ານໜຶ່ງທີ່ຕັ້ງຢູ່ທາງທິດຕາເວັນອອກຂອງນະຄອນ ປໄລກູ (ຢາລາຍ) ເຊິ່ງຫ່າງຈາກໃຈກາງເມືອງປະມານ 8 ກິໂລແມັດ. ຊາວບ້ານຢູ່ທີ່ນີ້ສ່ວນຫຼາຍແມ່ນຊາວເຜົ່າ ຈາລາຍ, ການດຳລົງຊີວິດດ້ວຍການເຮັດໄຮ່ເຮັດນາ.
ເລື່ອງຫັນປ່ຽນແນວພັນປູກ, ພັນສັດລ້ຽງໃຫ້ເໝາະສົມ ແມ່ນໜຶ່ງໃນບັນດາມາດຕະການ ເພື່ອແນໃສ່ພັດທະນາພື້ນຖານການຜະລິດກະສິກຳຂອງບັນດາທ້ອງຖິ່ນ, ໃນນັ້ນມີແຂວງ ຢາລາຍ.