ໄທ, ສິງກະໂປ, ລາວ ແລະ ມຽນມາ ຊຸກຍູ້ການຮ່ວມມືຕ້ານອາດຊະຍາກຳຢາເສບຕິດ
ໄທ ແລະ ສິງກະໂປ ຫາກໍ່ຈັດຕັ້ງພິທີມອບຮັບ ກ່ຳປັ່ນລາດຕະເວນ 3 ລຳໃຫ້ແກ່ລາວ ແລະ ມຽນມາເພື່ອແນໃສ່ຊຸກຍູ້ການຮ່ວມມືປາບປາມອາດຊະຍາກຳຢາເສບຕິດຢູ່ຕາມລຳແມ່ນ້ຳຂອງ.
ໄທ ແລະ ສິງກະໂປ ຫາກໍ່ຈັດຕັ້ງພິທີມອບຮັບ ກ່ຳປັ່ນລາດຕະເວນ 3 ລຳໃຫ້ແກ່ລາວ ແລະ ມຽນມາເພື່ອແນໃສ່ຊຸກຍູ້ການຮ່ວມມືປາບປາມອາດຊະຍາກຳຢາເສບຕິດຢູ່ຕາມລຳແມ່ນ້ຳຂອງ.
ຄະນະປະຕິບັດງານ ຫວຽດນາມ ປະຈຳ ສປຊ ແລະ ບັນດາອົງການຈັດຕັ້ງສາກົນ ຢູ່ Vienna, ປະເທດ ໂອຕະລິດ ໄດ້ສົມທົບກັບຫ້ອງວ່າການສປຊ ກ່ຽວກັບຢາເສບຕິດ ແລະ ອາດຊະຍາກຳ (UNODC) ຜັນຂະຫຍາຍງານວາງສະແດງດ້ວຍຫົວຂໍ້ “ບົດບາດຂອງບຸກຄົນໃນການຍູ້ຢາເສບຕິດໃຫ້ຖອຍໄປ: ບັນດາເລື່ອງສັ້ນກ່ຽວກັບໄພຢາເສບຕິດຜ່ານພາບຖ່າຍ”, ເຊິ່ງໄດ້ຈັດຂຶ້ນໃນວັນທີ 3 ມີນາ. ເຫດການໄດ້ຈັດຕັ້ງຢູ່ນອກກອງປະຊຸມຄະນະກຳມະການຢາເສບຕິດ ສປຊ ຄັ້ງທີ 63 (CND 63).
ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ຄົບຮອບ 18 ປີ (12/10/2001-12/10/2019) ກອງບັນຊາການປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ ( ປກສ ນວ) ໄດ້ຈັດພິທີຈູດທຳລາຍຢາເສບຕິດທີ່ຢຶດໄດ້ຈາກຜູ້ຄ້າຂາຍໃນຜ່ານມາຂຶ້ນວັນທີ 12 ຕຸລາ 2019 ທີ່ເດີ່ນສຳນັກງານປົກຄອງເມືອງໄຊທານີ (ຫຼັງໃໝ່) ເຂດດົງໝາກຄາຍ ມີທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນວ ທ່ານ ພົນຕີ ສົມຫວັງ ທຳມະສິດ ຮອງລັດຖະມົນຕີ ຜູ້ຊີ້ນຳວຽກງານກວດກາ ແລະ ຄວບຄຸມຢາເສບຕິດກະຊວງປ້ອງກັນຄວາມສະຫງົບ ພ້ອມດ້ວຍທູຕານຸທູດ ອົງການຈັດຕັ້ງສາກົນ ການນຳ ນວ ເຈົ້າໜ້າທີ່ຕຳຫຼວດ ພະນັກງານ ຊາວໜຸ່ມ-ເຍົາວະຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.