ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ຢ້ຽມຢາມຖາມຂ່າວບັນດານັກສຶກສາຢູ່ເຂດພາກໃຕ້
ຍສໝ - ຕາມສຳນັກຂ່າວສານຫວຽດນາມ ປະຈຳ Tel Aviv ແລ້ວ, ວັນທີ 26 ພະຈິກ, ພາຍຫຼັງການຢຸດຍິງລະຫວ່າງກອງທັບ ອິດສະຣາແອນ ແລະ ຂະບວນການອິດສະລາມ Hamas ຢູ່ເຂດ Gaza ມີຜົນສັກສິດ, ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອນ ນຳໜ້າໂດຍ ທ່ານເອກອັກຄະລັດຖະທູດ ລີ໋ດືກຈູ່ງ ໄດ້ຈັດຕັ້ງການຢ້ຽມຢາມບັນດານັກບຳລຸງວິຊາຊີບຢູ່ສູນຝຶກອົບຮົມກະສິກຳສາກົນ Arava (AICAT) ໃນພາກໃຕ້ຂອງອິດສະຣາເອນ.