ຍູ້ແຮງການຊ່ວຍເຫຼືອຊາວຫວຽດນາມ ແລະ ນັກທຸລະກິດ ຢູ່ ສປປ ລາວ
ຍສໝ - ທ້າຍອາທິດທີ່ຜ່ານມາ, ຢູ່ທີ່ ສະຖານກົງສຸນ ຫວຽດນາມ ປະຈຳແຂວງສະຫວັນນະເຂດ, ພາກກາງຂອງລາວ, ຫ່າງຈາກນະຄອນຫຼວງວຽງຈັນປະມານ 460 ກິໂລແມັດ ໄປທາງພາກໃຕ້, ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈໍາລາວ, ຫງວ໋ຽນ ບ໋າ ຮຸ່ງ ໄດ້ມີການພົບປະກັບພໍ່ແມ່ພີ່ນ້ອງຊາວຫວຽດນາມ ແລະ ນັກທຸລະກິດຫວຽດນາມ ລົງທຶນ ຢູ່ ແຂວງສະຫວັນນະເຂດ. ເຂົ້າຮ່ວມກອງປະຊຸມພົບປະຄັ້ງນີ້ມີ ຕາງຫນ້າພໍ່ແມ່ປະຊາຊົນຊາວຫວຽດນາມ ແລະ ບັນດານັກທຸລະກິດຫວຽດນາມ. ທ່າານກົງສຸນໃຫຍ່ ຫວຽດນາມ ຫວູ໋ ແອັງ ຢຸງ ເຂົ້າຮ່ວມກອງປະຊຸມເຊັ່ນກັນ.