ການທູດ ຫວຽດນາມ ຢືນຢັນທີ່ຕັ້ງຂອງປະເທດຊາດ
ຍສໝ - ແນວທາງ “ການທູດໄມ້ໄຜ່” ຂອງ ຫວຽດນາມ ໄດ້ຮັບການສະຫຼຸບໂດຍທ່ານອະດີດເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ແລະ ໄດ້ຢືນຢັນໂດຍທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໃນບົດຂຽນ “ຕັດສິນໃຈກໍ່ສ້າງພັກ ແລະ ປະເທດ ຫວຽດນາມ ຮັ່ງມີ, ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ”, ແມ່ນແນວທາງການພົວພັນຕ່າງປະເທດທີ່ຈະແຈ້ງ ແລະ ຂາດຂັ້ນ ດ້ວຍຈຸດສຸມແມ່ນການເຊື່ອມໂຍງເຂົ້າກັບສາກົນ ແລະ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ແລະ ໃນໂລກ.