ມານະພະຍາຍາມຮັບປະກັນສິດທິມະນຸດໃນການປ່ຽນແປງຂອງດິນຟ້າອາກາດ
ການປ່ຽນແປງຂອງດິນຟ້າອາກາດ ອາດຈະເຮັດໃຫ້ບັນດາຜົນງານພັດທະນາຂອງມະນຸດຖືກຖອຍຫລັງ, ເປັນຕົ້ນແມ່ນການນາບຂູ່ເຖິງສິດພື້ນຖານຂອງມະນຸດ. ຫວຽດນາມ ໄດ້ ແລະ ພວມພ້ອມກັບປະຊາຄົມສາກົນຮັບມືກັບໄພທຳມະຊາດ, ຫລຸດຜ່ອນການກະທົບຈາກການປ່ຽນແປງຂອງດິນຟ້າອາກາດຕໍ່ການພັດທະນາຂອງສັງຄົມ, ຮັບປະກັນສິດໄດ້ດຳລົງຊີວິດຢ່າງປອດໄພ ແລະ ປອດໃສຂອງມະນຸດ. ການເຄື່ອນໄຫວນີ້ ສືບຕໍ່ຢັ້ງຢືນນະໂຍບາຍຂອງຫວຽດນາມ ໃນການຮັບປະກັນບັນດາສິດຂອງມະນຸດ ພິເສດແມ່ນກຸ່ມຄົນມີຄວາມສ່ຽງ, ຕໍ່ຫນ້າການກະທົບຈາກການປ່ຽນແປງຂອງດິນຟ້າອາກາດ.